ເນື່ອງໃນໂອກາດວັນລະນຶກ 79 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ,ຕອນບ່າຍວັນທີ 26 ກໍລະກົດ, ຢູ່ນະຄອນໂຮ່ຈີມິນ ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ຈູດທູບໃຕ້ທຽນຢູ່ອະນຸສາວະລີຮູບປັ້ນ ທ່ານເລຂາທິການໃຫຍ່ ເຈິ່ນຝູ, ຫໍວາງສີລາລຶກບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ, ຫໍເກັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ບ່ອນໄຫວ້ບູຊານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ເລທິຣຽງ ແລະ ນັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ເຈິ່ນວັນກຽວ, ພ້ອມກັບນັ້ນກໍ່ລົງຢື້ຢາມຖາມຂ່າວ, ລະດົມກຳລັງໃຈບັນດາກຳລັງທີ່ເຂົ້າຮ່ວມການຄົ້ນຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສວນສາທາລະນະ ເລທິຣຽງ. ໂດຍມີການເຂົ້າຮ່ວມຂອງ ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ.
ໃນບັນຍາກາດອັນເຄັ່ງຂຶມ ແລະ ຕື້ນຕັນໃຈ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ແລະ ຄະນະປະຕິບັດງານ ໄດ້ຈູດທູບໃຕ້ທຽນ ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດເພື່ອພາລະກິດແຫ່ງການປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ຕົນເອງຈະດຳລົງຊີວິດ, ອອກແຮງງານ ແລະ ອຸທິດສ່ວນດ້ວຍທຸກຄວາມຮັບຜິດຊອບ ແລະ ຈິດໃຈຂອງຕົນ, ເສີມຂະຫຍາຍກຳລັງແຮງສາມັກຄີ, ຮັກສາຄຸນທາດການເມືອງ, ອົດທົນຕໍ່ຄວາມຫຍຸ້ງຍາກ, ມີຄວາມໝັ້ນທ່ຽງຕໍ່ສິ່ງທ້າທາຍ, ປະກອບສ່ວນສ້າງບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ, ສົມກັບການເສຍສະຫຼະອັນຍິ່ງໃຫຍ່ຂອງຄົນລຸ້ນກ່ອນ.




