ເນື່ອງໃນໂອກາດວັນລະນຶກ 79 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ (27/7/1947 - 27/7/2026), ຕອນເຊົ້າວັນທີ 26 ກໍລະກົດ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາຢູ່ສຸສານ ປະທານໂຮ່ຈິມິນ ແລະ ຈູດທູບໃຕ້ທຽນອາໄລຫາບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ (ຖະໜົນ ບັກເຊີນ, ຮ່າໂນ້ຍ).
ເຂົ້າຮ່ວມມີ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ, ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ.
ພວງມາລາຂອງຄະນະມີແຖວຕົວໜັງສື “ຂໍສະແດງຄວາມຮູ້ບຸນຄຸນຕໍ່ ປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່ຕະຫຼອດໄປ”.
ດ້ວຍຈິດໃຈຮູ້ບຸນຄຸນອັນໃຫຍ່ຫຼວງ ແລະ ແສນເຄົາລົບຮັກຢ່າງເລິກເຊິ່ງ, ບັນດາຜູ້ແທນໄດ້ຖະຫວາຍທູບທຽນອາໄລຫາ ປະທານໂຮ່ຈີມິນ ການນຳຜູ້ມີຄວາມເກັ່ງກ້າສາມາດ, ນັກວິລະຊົນປົດປ່ອຍຊາດ, ຜູ້ຍອມເສຍສະຫຼະຊີວິດເພື່ອພາລະກິດແຫ່ງການປົດປ່ອຍຊາດ, ຕໍ່ສູ້ເພື່ອສັນຕິພາບ, ຄວາມຜາສຸກຂອງປະຊາຊົນ ຫວຽດນາມ ແລະ ປະຊາຊົນໂລກ.
ແລະກໍ່ໃນວັນດຽວກັນ, ບັນດາຜູ້ແທນໄດ້ໄປວາງພວງມາລາຢູ່ອະນຸສາວະລີບັນດາ ນັກວິລະຊົນເສຍສະຫຼະຊີວິດເພື່ອຊາດ (ຖະໜົນ ບັກເຊີນ ຮ່າໂນ້ຍ).




