ເນື່ອງ​ໃນ​ໂອ​ກາດວັນລະນຶກ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ​ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດນາມ (27/7/1947 - 27/7/2026), ຕອນ​ບ່າຍ​ວັນ​ທີ 25 ກໍ​ລະ​ກົດ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ, ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ລົງ​ໄປຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ບັນ​ດາ​ຄອບ​ຄົ​ວ​ນະ​ໂຍ​ບາຍ​ຢູ່​ຕາ​ແສງ ເຍິນ​ເກີ, ແຂວງ ​ເລິມ​ດົ່ງ.

ຄະ​ນະ​ໄດ້ໄປ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນໃຫ້​ແມ່​ຫວຽດ​ນາມ ວິ​ລະ​ຊົນ ດິງ​ທິ​ແບ໊, ມີ​ລູກ​ສອນ​ຄົນ​ເປັນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ຢ້ຽມ​ຢາມ​ຄອບ​ຄົວ​ທະ​ຫານ​ເສຍ​ອົງ​ຄະ ​ລຸງ ເຈືອ​ງວັນ​ເຈື່ອງ ແລະ ປ້າ ຫງວຽນ​ທິ​ລ​ວານ​.

​ທ່ານ​ພົນ​ເອກ ຟານ​ວັນ​ຢາງ ໄດ້​ຢຶ້​ຢາມ​ຖາມ​ຂ່າວກ່ຽວ​ກັບ​ສຸ​ຂະ​ພາບ, ການ​ດຳ​ລົງ​ຊີ​ວິດ​ຂອງ​ບັນ​ດາ​ຄອບ​ຄົວ, ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ອັນ​ເລິກ​ເຊິ່ງ​ຕໍ່​ບັນ​ດາ​ການ​ອຸ​ທິດ​ສ່ວນ, ການເສຍ​ສະຫຼະ​ຂອງ​ບັນ​ດາ​ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປ່ວຍ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ພົນ​ເອກ​ສະ​ເໜີ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ໃຫ້​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຢ່າງ​ທັນ​ການ, ເບິ່ງ​ແຍງ​ດູ​ແລ​ຕໍ່​ຊີ​ວິດທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ໃຫ້​ດີ​ກ່​ວາ​ອີກ ເພື່ອ​ໃຫ້​ບັນ​ດາ​ຄອບ​ຄົວ​ນະ​ໂຍ​ບາຍ​ມີ​ການ​ດຳ​ລົງ​ຊີ​ວິດ​ທີ່​ນັບ​ມື້​ນັບໝັ້ນທ່ຽງ, ຢູ່ເຢັນເປັນ​ສຸກ. ກ່ອນ​ໜ້າ​ນັ້ນ, ໃນ​ຕອນ​ບ່າຍ​ວັນ​ທີ 25 ກໍ​ລະ​ກົດ, ທ່ານ​ພົນ​ເອກ ຟາ​ນ​ວັນ​ຢາງ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ, ການ​ນຳ ແລະ ອະ​ດີດ​ການ​ນຳ​ແຂວງ ເລິມ​ດົ່ງ ກໍ່ໄດ້ໄປ​ຈູດ​ທູບ​ໃຕ້​ທຽນ, ວາງ​ພ​ວງ​ມາ​ລາ​ຢູ່​ອະ​ນຸ​ສາ​ວາ​ລີ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ​ດັກນົງ, ຕາ​ແສງ ບັກ​ຢາ​ເຫງີຍ.