ເນື່ອງໃນໂອກາດລະນຶກ 79 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ (27/7/1947 - 27/7/2026), ຕອນຄ່ຳວັນທີ 25 ກໍລະກົດ, ຢູ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄດ້ດຳເນີນບັນດາການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຕໍ່ນັກວິລະຊົນເສຍສະຫຼະຊີວິດເພື່ອຊາດ.
ຢູ່ສຸສານ ມາຍຢິກ (ຮ່າໂນ້ຍ) ໄດ້ດຳເນີນພິທີຈູດທູບໃຕ້ທຽນສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ບຸຍຮວ່ຽນມາຍ ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ ທາງນະຄອນໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຢ່າງຄົບຊຸດຄື: ຈັດຕັ້ງບັນດາຄະນະລົງຢ້ຽມຢາມຖາມຂ່າວ, ມອບຂອງຂວັນ; ໜູນຊ່ວຍກໍ່ສ້າງເຮືອນແຫ່ງຄວາມເມດຕາ, ໃຫ້ຄຳປຶກສາດ້ານສຸຂະພາບ, ກວດປິ່ນປົວພະຍາດ, ມອບຢຸກຢາໂດຍບໍ່ເສຍຄ່າ, ຈັດພິທີຈູດທູບໃຕ້ທຽນສະແດງຄວາມຮູ້ບຸນຄຸນຢູ່ 126 ຕາແສງ.
ໃນຂະນະນັ້ນ, ນະຄອນໂຮ່ຈີມິນ ໄດ້ຈັດພິທີຈູດທູບໃຕ້ທຽນ, ວາງພວງມາລາສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ສຸສານ ຮ່າງເຢືອງ, ເຂດພິເສດ ໂກນດາວ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແມັ້ງເກືອງ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ເນັ້ນໜັກວ່າ ນະຄອນໄດ້ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວລວມມີ: ສ້າງກອງທຶນຕອບບຸນແທນຄຸນ, ເຮືອນແຫ່ງຄວາມເມດຕາ, ປຶ້ມຝາກປະຢັດແຫ່ງຄວາມເມດຕາ, ເບິ່ງແຍງດູແລແມ່ຫວຽດນາມ ວິລະຊົນ, ເບິ່ງແຍງດູແລພໍ່ແມ່ພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຈັດຕັ້ງປະຕິບັດບັ້ນ 500 ວັນ ແລະ ຄືນ ຍູ້ແຮງການປະຕິບັດວຽກງານຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນດ້ວຍຄວາມຕັດສິນໃຈຢ່າງສູງສຸດ.




