ສະ​ພາບ​ການ​ຢູ່ ​ເຢ​ແມນ ​ສືບ​ຕໍ່​ຮ້ອນ​ຂຶ້ນ​ເມື່ອ​ກຳ​ລັງ Houthi ຢູ່​ປະ​ເທດ​ນີ້​ປະ​ກາດ​ຍິງ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ຜືນ​ແຜ່ນ​ດິນ​ຂອງ​ ອາ​ຣັບ​ບິ ຊາ​ອຸ​ດິ, ໃນ​ຂະ​ນະ​ທີ່​ກອງທະຫານປະສົມ​ໂດຍ Riyadh ນຳ​ໜ້າ​ ໄດ້​ດຳ​ເນີນ​ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່ຫຼາຍ​ເປົ້າ​ໝາຍ​ຂອງ Houthi ຢູ່​ທາງ​ທິດ​ຕ​າ​ເວັນ​ຕົກ ເຢ​ແມນ. ບັນ​ດາ​ແຫຼ່ງ​ຂ່າວ​ໃນ​ພາກ​ພື້ນໃຫ້​ຮູ້​ວ່າ ​ມີຫຼາຍ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໄດ້​ຍິງ​ຖືກ​ບັນດາ​ເປົ້າ​ໝາຍ​ຂອງ Houthi ຢູ່​ແຂວງ Hodeidah, ເຂດ​ແຄມ​ທະ​ເລ​ແດງ. ທ່ານ Turki Al-Maliki ໂຄ​ສົກ​ກອງທະຫານປະສົມ ກໍ່​ໃຫ້​ຮູ້​ວ່າ ​ບັນ​ດາ​ເປົ້າ​ໝາຍ​ຖືກ​ບຸກ​ໂຈມ​ຕີ​ກ່ຽວ​ຂ້ອ​ງ​ເຖິງໄພ​ນາບ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ການ​ເດີນ​ເຮືອ​ສາ​ກົນ ແລະ Houthi ສືບ​ຕໍ່​ກີດ​ຂວາງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ໜາມ​ບິນ​ສາ​ກົນ Sanaa.

ເລື່ອງ ອາ​ຣັບ​ບິ ຊາ​ອຸ​ດິ ສືບຕໍ່ຄືນ​ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່ Houthi ພາຍຫຼັງ​ທີ່​ລະ​ງັບ​ໃຈເປັນ​ເວລາດົນ​ພໍ​ສົມ​ຄວນ ໄດ້​ກໍ່​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ສະ​ໜາມ​ຮົບ ເຢ​ແມນ ​ອາດ​ສາ​ມາດ​ຮ້ອນ​ຂຶ້ນ, ນາບ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ແດງ ແລະ ບັນ​ດາ​ເສັ້ນ​ທາງ​ຂົນ​ສົ່ງ​ພະ​ລັງ​ງານ​ຍຸດ​ທະ​ສາດ.