ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງຽວນທິກິມເງິນ ພົບປະເຈລະຈາກັບ ທ່ານ ປະທານປະເທດຈີນ ສີຈິ້ນຜິງ (ພາບ: TTXVN)

ທ່ານ ຢ໋າງຕາມຈື໋ ນັກຊ່ຽວຊານຄົ້ນຄ້ວາກ່ຽວກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງສະຖາບັນວິທະຍາສາດ ສັງຄົມ ຈີນໄດ້ຢ້ັງຢືນເຖິງ ຄວາມສຳຄັນທາງການທູດລະຫວ່າງປະມຸກລັດສອງປະເທດ ຫວຽດນາມ - ຈີນ, ທ່ານຖືວ່າຕ້ອງຮັກສາບັນດາການຢ້ຽມຢາມຂັ້ນສູງລະຫວ່າງການນຳສອງປະເທດ.

ທ່ານ ຊວັນຈຽນຈຸງ ຜູ້ອຳນວຍການສະຖະບັນພາສາຕ່າງປະເທດ ຫື໊ວເບ ເຊິ່ງແມ່ນມະຫາວິທະຍາໄລທີ່ບຳລຸງສ້າງນັກສຶກສາຮຽນພາສາ ຫວຽດນາມ ຫຼາຍກ່ວາໝູ່ຂອງຈີນ ໃຫ້ຮູ້ວ່າ ບັນດານການເຄື່ອນໄຫວຢູ່ນອກການຢ້ຽມຢາມຄັ້ງນີ້ ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຮັດໃຫ້ທ່ານມີມູນມອງທີ່ໃໝ່ອ່ຽມກ່ຽວກັບ ຫວຽດນາມ.