ເມື່ອກ່າວຄຳເຫັນຕໍ່ວາລະປະຊຸມລວມຂອງສະພາແຫ່ງຊາດຢູ່ສະພາຕ່ຳ, ເຈົ້າຊີວິດອົງນີ້ໄດ້ພັນລະນາສາຍພົວພັນລະຫວ່າງສອງປະເທດແມ່ນ “ເລື່ອງລາວແຫ່ງການໄກ່ເກ່ຍ, ປ່ຽນແປງໃໝ່ ແລະ ຮ່ວມມື ທີ່ໜ້າປະຫຼາດໃຈ”, ເລີ່ມຈາກບັນດາການແບ່ງແຍກຢ່າງເລິກເຊິ່ງກ່ອນນີ້ 250 ປີ ເມື່ອ 13 ປະເທດເມືອງຂຶ້ນຂອງ ອັງກິດ ຢູ່ ອາເມລິກາເໜືອ ປະກາດ ເອກະລາດ.
ທ່ານເນັ້ນໜັກວ່າ ຈາກປະຫວັດສາດສູ້ຢັນກັນ, ອັງກິດ ແລະ ອາເມລິກາ ໄດ້ສ້າງໜຶ່ງໃນບັນດາສຳພັນທະມິດທີ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງທີ່ສຸດໃນໂລກ, ອີງໃສ່ບັນດາຄຸນຄ່າລວມກ່ຽວກັບປະຊາທິປະໄຕ, ສິດອຳນາດກົດໝາຍ ແລະ ບັນດາລະບອບສັງຄົມ. ຕາມເຈົ້າຊີວິດອົງນີ້ແລ້ວ, ບັນດາພື້ນຖານລວມເຫຼົ່ານີ້ ໄດ້ຊ່ວຍໃຫ້ສອງປະເທດຍາມໃດກໍຊອກຫາໄດ້ວິທີ “ໄປຫາກັນ” ໃນຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກຂອງປະຫວັດສາດ.
ນັກຂ່າວ VOV ປະຈຳ ອາເມລິກາ




