ວັນ​ທີ 28 ເມ​ສາ, ຢູ່​ນະ​ຄອນ​ຫຼວງ Bandar Seri Begawan, ບ​ຣູ​ໄນ ດາ​ຣູ​ຊາ​ລາມ, ກ​ອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ຄັ້ງ​ທີ 25 ໄດ້​ຈັດ​ຂຶ້ນ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ 27 ປະ​ເທ​ດ​ສະ​ມາ​ຊິກ ອີ​ຢູ. ຄະ​ນະ​ຜູ້​ແທນ ຫວຽດ​ນາມ ນຳ​ໂດຍ​ທ່ານ ເລ​ຮ​ວ່າຍ​ຈຸງ, ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ ຫວຽດ​ນາມ ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ມີ​ການ​ປະ​ກອບ​ຫຼາຍ​​ຂໍ້​ສະ​ເໜີ ເພື່ອ​ກຳ​ນົດ​ທິດ​ອະ​ນາ​ຄົດ​ການ​ພົວ​ພັນ​ລະ​ຫວ່າງ​ພາກ​ພື້ນ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸ​ມ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈຸງ ຢືນ​ຢັນ​ວ່າ ຫວຽດ​ນາມ ແລະ ອາ​ຊຽນ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ບົດ​ບາດ​ຂອງ ອີ​ຢູ ແລະ ເນັ້ນ​ໜັກວ່າ 2 ພາກ​ພື້ນ​ມີ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ທີ່​ຄ້າຍ​ຄື​ກັນ​ຫຼາຍ​ຢ່າງ. ທ່ານ​ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ຍຸດ​ທະ​ສາ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ເພື່​ອ​ປ້ອງ​ກັນ, ຄຸ້ມ​ຄອງ​ບັນ​ດາ​ສິ່​ງ​ທ້າ​ທາຍ​ລວມ​.

ໃນ​ວັນ​ດຽວ​ກັນ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈຸງ ກໍ່​ໄດ້​ພົບ​ປະ​ 2 ຝ່າຍ​ກັບ​ການ​ນຳ​ດ້ານ​ການ​​ຕ່າງ​ປະ​ເທດ​ປະ​ເທດ​ຈຳ​ນວນ​ໜຶ່ງ.

ທີ່​ການ​ພົບ​ປະ​ກັບ​ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ, ຮອງ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ, ລ​ັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ລາວ, 2 ຝ່າຍ​ໄດ້​ເຫັນ​ດີຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ກະ​ກຽມ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາ​ວ - ຫວຽດ​ນາມ ນັບ​ແຕ່​ຕົ້ນ​ປີ 2027. ພ້ອມ​ກັນ​ນັ້ນ​ກໍ່ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ປະ​ເທດ​ທີ່​ກ່ຽ​ວ​ຂ້ອງ​ໃນ​ບັນ​ດ​າ​ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ແລະ ກະ​ກຽມ​ໃຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຫຼາຍ​ຝ່າຍ ແລະ ເຂ​ດ​ອະ​ນຸ​ພາກ​ພື້ນ​ໂດຍ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ໃນ​ປີ 2026.

ທີ່​ການ​ພົບ​ປະ​ກັບ​ທ່ານ ສີ​ຫາ​ສັກ ພວງ​ເກດ​ແກ້ວ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄທ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສ້າງ​ສຳ​ເລັດ ແລະ ຮັບ​ຮອງ​ເອົາ​ໂຄງ​ການ​ກະ​ທຳ​ໄລ​ຍະ 2026 – 2030 ເພື່ອ​ຜັນ​ຂະ​ຫຍາຍ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ໄທ ໃຫ້​ແທ​ດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ໃນ​ບັນ​ດາ​ການ​ພົບ​ປະ​ກັບ​ທ່ານນາງ Kaja Kallas, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ເອີ​ລົບ, ພ້ອມ​ກັບ​ການ​ນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຊັກ​ໂກ, ໂອ​ຕາ​ລິດ, ເຢຍ​ລະ​ມັນ, ໂປ​ໂລຍ, ສະ​ໂລ​ວາ​ກີ, ລິດ​ທົວ​ເນຍ, ໄຊ​ປ​ຣັ​ສ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈຸງ ສະ​ເໜີ​ໃຫ້ ອີຢູ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາ​ມ - ອີ​ຢູ (EVIPA) ໂດຍ​ໄວ; ຍົກ​ເລີກ​ບັດ​ເຫຼືອງ​ກ່ຽວ​ກັບ​ການຕ້ານການຫາ​ປາ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ (IUU) ສຳ​ລັບ​ສິນ​ໃນ​ນ້ຳ​ຂອງ ຫວຽດ​ນາມ ແລະ ນຳ ຫວຽດ​ນາມ ໃຫ້​ອອກ​ຈາກ​ “ບັນ​ຊີ​ລາຍ​ຊື່ບັນ​ດາ​ປະ​ເທດບໍ່​ຮ່ວມມ​ື​ດ້ານ​ພາ​ສີ” ໂດຍ​ໄວ.