ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ສິງກະໂປ Catherine Wong |
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງຜົນສຳເລັດ ໃນການພົວພັນທາງດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດ. ແຕ່ຕາມທ່ານແລ້ວ, ລະດັບການຮ່ວມມືນີ້ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນເທື່ອ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ 2 ຝ່າຍຈະຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ ແລະ ນັບມື້ນັບມີກຸ່ມບໍລິສັດເຕັກໂນໂລຢີຫຼາຍແຫ່ງຂອງສິງກະໂປມາຊອກຮູ້ ແລະ ລົງທຶນຢູ່ຫວຽດນາມ, ຜ່ານນັ້ນ ກໍເປັນການຮັກສາອັນດັບໜຶ່ງກ່ຽວກັບການລົງທຶນຢູ່ຫວຽດນາມຂອງສິງກະໂປ.








