ຕາມ​ຂໍ້​ມູນ​ຂອງ​ກົມ​ສະ​ຖິ​ຕິ (ກະ​ຊວງ​ການ​ເງິນ ຫວຽດ​ນາມ) ປະ​ກາດ​ໃນ​ວັນ​ທີ 3 ສິງ​ຫາ​ແລ້ວ, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 1,67 ລ້ານ​ເທື່ອ​ຄົນ​ໃນ​ເດືອນ​ກໍ​ລະ​ກົດ 2026, ເພີ່ມ​ຂຶ້ນ, 6,6%ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ໄລ່​ລວມ 7 ເດືອນ​ຕົ້ນ​ປີ 2026, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ບັນ​ລຸ​ເກືອບ 14 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 13,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2025. ຂະ​ແໜງ​ການ​ທ່ອງ​ທ່ຽວ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ປະ​ມານ 56%ເປົ້າ​ໝາຍ​ຂອງ​ປີ 2026 ແມ່ນ​ຕ້ອນ​ຮັບ ແຂກ​ທ່ອງ​ທ່ຽວ​ສາ​ກົນ 25 ລ້ານ​ເທື່ອ​ຄົນ​ ກົມ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດ​ນາມ ຖື​ວ່າ ການ​ຮັກ​ສາ​ການ​ເພີ່ມ​ຂຶ້ນ​ຢູ່​ລະ​ດັບ​ສອງ​ຕົວ​ເລກ​ໄດ້ສ່ອງ​ແສງ​ກຳ​ລັງ​ດຶງ​ດູດ​ໃຈ​ທີ່​ນັບ​ມື້​ນັບ​ໄດ້​ຮັບ​ການປັບ​ປຸງ​ຂອງ​ສະ​ຖານ​ທີ່ປາຍ​ທາງ ຫວຽດ​ນາມ; ພ້ອມ​ທັງ​ຢັ້ງ​ຢືນ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ນະ​ໂຍ​ບາຍ​ສ້າງ​ຄວາມ​ສະ​ດວກ​ກ່ຽວ​ກັບ​ວີ​ຊາ, ເປີດກວ້າງ​ການ​ເຊື່ອມ​ໂຍງ​ການ​ບິນ, ຍູ້​ແຮງ​ການ​ສົ່ງ​ເສີມ, ໂຄ​ສະ​ນາ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ​ທ່ອງ​ທ່ຽວ.