ວັນ​ທີ 03 ສິງ​ຫາ, ທ່ານ​ນາງ Ursula von der Leyen, ປະ​ທານ​ຄະ​ນະ​ກຳ​ມະ​ການ ເອີ​ລົບ (ອີຊີ) ໄດ້​ຮຽກ​ຮ້ອງ “ເປັນ​ເອ​ກະ​ພາບ​ໃນ​ການ​ກະ​ທຳ” ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ, ພາຍ​ຫຼັງ​ທີ່​ກະ​ແສ​ຜູ້​ອົບ​ພະ​ຍົບ​ເປັນ​ຈຳ​ນວນ​ຫຼາຍ​ຫຼັ່ງ​ໄຫຼກັ​ນ​ເຂົ້າ​ໄປ Ceuta, ເຂດ​ດິນ​ແດນ​ນອກ​ປະ​ເທດ​ຂຶ້ນ​ກັບ ແອັດ​ສະ​ປາຍ ຢູ່ ອາ​ຟະ​ລິ​ກາ​ເໜືອ, ​ເຊິ່ງກໍ່​ຄວາມ​ໂຕ້​ຖຽງ​ກັນ​ແບບ​ເປີດ​ເຜີຍ​ລະ​ຫວ່າງ Madrid ແລະ ຄູ່​ຮ່ວມ​ມື ເອີ​ລົບ ຈຳ​ນວນ​ໜຶ່ງ. ໃນ​ຈົດ​ໝາຍ​ສົ່ງ​ເຖິງ​ທ່ານ​ Pedro Sanchez, ນາ​ຍົກ​ລັດ​ຖະ​ມົນ​ຕີ ແອັດ​ສະ​ປາຍ, ທ່ານ​ນາງປະ​ທານ ອີ​ຊີ ​ເນັ້ນ​ໜັກ​ເຖິງ​ເລື່ອງ​ຄວາມ​ໝັ້ນ​ຄົງ​ຊາ​ຍ​ແດນ​ຢູ່​ບັນ​ດາ​ເຂດ​ຈຸດ​ສຸມ​. ທ່ານ​ນາງ Ursula von der Leyen ຮຽກ​ຮ້ອງ​ໃຫ້​ກຸ່ມນີ້ “ເພີ່ມ​ທະ​ວີ” ຄວາມ​ມາ​ນະ​ພະ​ຍາ​ຍາມໃນ 5 ຂົງ​ເຂດ, ຄື: ສະ​ກັດ​ກັ້ນ​ການ​ອົບ​ພະ​ຍົບ​ແບບ​ຜິ​ດ​ກົດ​ໝາຍ​ນັບ​ແຕ່​ຕົ້ນ ​ໂດຍຜ່ານ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື; ເພີ່ມ​ທະ​ວີ​ຊາຍ​ແດນ​ພາຍ​ນອກ; ຜັນ​ຂະ​ຫຍາຍ​ລະ​ບົບ​ເຕືອນ​ໄພ​ແຕ່​ໄວ; ​ທ​ຳ​ລາຍ​ລ້າງ​ເຄືອ​ຂ່າຍ​ຄ້າ​ເຖື່ອນ ແລະ ເພີ່ມ​ທະ​ວີ​ການ​ສົ່ງ​ກັບ​ເມືອ​ບ້ານ​ເກີດ​ເມືອງນອນ.