ຕອນບ່າຍວັນທີ 3 ສິງຫາ, ຄະນະຈັດຕັ້ງງານປະກວດນາງງາມມໍລະດົກໂລກ 2026 (Miss Heritage Global - Edition 7))ປະກາດ ມົງກຸດນາງງາມຢ່າງເປັນທາງການ ແລະ ຂໍ້ມູນກ່ຽວກັບວິວັດ ຂອງການປະກວດຢູ່ ຫວຽດນາມ. ດ້ວຍຫົວຂໍ້ “The World's Heritage – Our Beauty” (ມໍລະດົກຂອງໂລກ - ຄວາມງາມຂອງພວກເພື່ອນ), ງານປະກວດຈະດຳເນີນແຕ່ວັນທີ 2 – 8 ຕຸລາ, ຢູ່ນະຄອນເຫ້ວ ແລະ ນະຄອນດ່ານັ້ງ, ໂດຍມີການເຂົ້າຮ່ວມຂອງນາງງາມທີ່ມາຈາກກວ່າ 40 ປະເທດ ແລະ ເຂດແຄ້ວນຄື: ຍີ່ປຸ່ນ, ເຢຍລະມັນ, ລັດເຊຍ, ມາເລເຊຍ, ຟີລິບປິນ, ເມັກຊີໂກ… ຕາມແຜນການ, ຮອບຊີງຊະນະເລີດຈະດຳເນີນໃນວັນທີ 7 ຕຸລາ ຢູ່ນະຄອນດ່ານັ້ງ. ປີ 2026 ສ້າງຂີດໝາຍ ຫວຽດນາມ ເປັນຄັ້ງທຳອິດ, ກໍ່ແມ່ນປະເທດທຳອິດຢູ່ອາຊີເປັນເຈົ້າພາບຈັດງານປະກວດນາງງາມມໍລະດົກທົ່ວໂລກ. ນີ້ໄດ້ຮັບຄວາມມຸ່ງຫວັງແມ່ນໂອກາດເຜີຍແຜ່ໂຄສະນາ ປະເທດຊາດ ແລະ ຊາວຫວຽດນາມໄປຍັງເພື່ອນມິດສາກົນ, ພ້ອມທັງຢັ້ງຢືນຄວາມສາມາດໃນການຈັດບັນດາເຫດການສາກົນທີ່ມີຂອບຂະໜາດໃຫຍ່.




