ຕອນ​ເຊົ້າ​ວັນ​ທີ 4 ສິງ​ຫາ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍວ່າ​ດ້ວຍ​ການເຜີຍ​ແຜ່, ສຶກ​ສາ​ກົດ​ໝາຍ (ສະ​ບັບ​ປັບ​ປຸງ) ໃນ​ຂອບ​ເຂດກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັ​ງ​ເໝິນ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ຮ່າງ​ກົດ​ໝາຍ​​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ສະ​ພາບ​ການ​ປະ​ເທດ​ຊາດ​ພວມ​ຍູ້​ແຮງ​ການ​ສ້າງ, ບູ​ລະ​ນະ​ລະ​ບົບ​ກົດ​ໝາຍ. ການ​ເຄື່ອນ​ໄຫວ​ເຜີຍ​ແຜ່, ສຶກ​ສາ​ກົດ​ໝາຍ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູນ​ໃນ​ການ​ສ້າງ​ວັດ​ທະ​ນະ​ທຳ​ເຄົາ​ລົບ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​ຢ່າງ​ແທ້​ຈິງ.

ພວກ​ເຮົາ​ຕ້ອງ​ຫັນ​ເປັນ​ດີ​ຈີ​ຕອນ​ຢ່າງ​ແຮງ​ໃນ​ວຽກ​ງານ​ເຜີຍ​ແຜ່, ສຶກ​ສາ​ກົດ​ໝາຍ, ຫຼີກ​ລ້ຽງ​ກໍ​ລະ​ນີເຫັນ​ເປັນ​ດີ​ຈີ​ຕອນແບບ​ເຄື່ອງ​ຈັກເທົ່າ​ນັ້ນ​ຫາກ​ຍັງ​ມຸ່ງ​ໄປ​ເຖິງ​ການ​ມີ​ຜົນ​ສະ​ທ້ອນຫຼາຍ​ດ້ານ. ຮ່າງ​ກົດ​ໝາຍ​ຕ້ອງ​ຫັນ​ເປັນ​ກົດ​ໝາຍ ກຳ​ນົດ​ແຈ້ງ​ການ​ສ້າງ​ລະ​ບົບ​ນິ​ເວດ​ດີ​ຈີ​ຕອນ​ແຫ່ງ​ຊາດ​ການ​ເຜີຍ​ແຜ່, ໂຄ​ສະ​ນາ​ກົດ​ໝາຍ, ໃນ​ນັ້ນ​ການ​ຫັນ​ພັນ​ທະ​ເປັນ​ກົດ​ໝາຍ​ຂອງ​ບັນ​ດາ​ອົງ​ການ​ປະ​ກາດ​ໃຊ້​ໃນ​ການ​ສະ​ໜອງ​ຂໍ້​ມູນ​ເປີດ​ເພື່ອ​ສະ​ສົມ​ເຂົ້າໃນ​ບັນ​ດາ​ເຄື່ອງ​ມື AI, Chatbot ແບບ​ອັດ​ຕະ​ໂນ​ມັດ ເພື່ອ​ໃຫ້​ຄຳຕອບຕໍ່ຄຳຖາມ​ດ້ານ​ກົດ​ໝາຍ​ໃຫ້​ປະ​ຊາ​ຊົນ ໃນ​ຕະຫຼອດ 24 ຊົ່ວ​ໂມງ.

ໂດຍ​​ສະ​ເໜີໃບ​ສະ​ເໜີ ແລະ ບົດ​ລາຍ​ງານກວດ​ກາ​ຕີ​ລາ​ຄາ​ໂດຍ​ຫຍໍ້​ກ່ຽວ​ກັ​ບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວ​ຍ​ການ​ປ້ອງ​ກັນ, ຕ້ານການ​ແຜ່​ຂະ​ຫຍາຍອາ​ວຸດ​ລ້າງ​ຜານ ​ ຕໍ່​ສະ​ພາ​ແຫ່ງ​ຊາດ, ທ່ານ​ພົນ​ເອກ​ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ​ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ເນັ້ນ​ໜັກ​ວ່າ:

ການ​ຄົ້ນ​ຄ້​ວາ, ສ້າງ ແລະ ປະ​ກາດ​ໃຊ້​ກົດ​ໝາຍ​ແມ່​ນ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ໂດຍ​ດ່ວນ​ເພື່ອ​ແນ​ໃສ່​ຫັນ​ນະ​ໂຍ​ບາຍ​, ແນວ​ທາງ​ຂອງ​ພັກ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຈາກ​ໄກ​ໂດຍ​ໄວ, ແຕ່​ເວ​ລາ​ປະ​ເທດ​ຍັງ​ບໍ່​ປະ​ສົບ​ກັບ​ຄວາມ​ອັນ​ຕະ​ລາຍ​ເປັນ​ລະ​ບອບ​ລະ​ບຽບ​ການ; ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ເປັນ​ເຈົ້າ​ການ​ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ບູ​ລະ​ນະ​ລັດ​ແຫ່ງ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ແລະ ສ້າງ​ລະ​ບົບ​ກົດ​ໝາຍ​ຢ່າງ​ຄົບ​ຊຸດ, ເປັນ​ເອ​ກະ​ພາບ​ຕໍ່ໜ້າ​ຄວາມ​ຮຽ​ກ​ຮ້ອງ​ຕ້ອງ​ການ​ປ້ອງ​ກັນ, ຕ້ານ, ຄວບ​ຄຸມ​ບັນ​ດາ​ຄວາມ​ສ່ຽງ​ແບບ​ເກົ່າ ແລະ ແບບ​ໃໝ່​ໃນ​ສະ​ພາບ​ການ​ໃໝ່.