ວັນ​ທີ 03 ສິງ​ຫາ, ຫ້ອງວ່າ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ, ໃຫ້​ຮູ້​ວ່າ ປະ​ເທດນີ້​ສະ​ແດງ​ຄວາມ​ວິ​ຕົກ​ກ​ັງ​ວົນ​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ແຜນ​ການຫັນ​ເປັນ​ການ​ປອດ​ການ​ທະ​ຫານຢ​ູ່​ເຂດ ກາ​ຊາ ພາຍ​ຫຼັງ​ທີ່ ຮາ​ມາດ ຖະ​ແຫຼງ​ເຫັນ​ດ​ີ​ປົດ​ອາ​ວຸດ. ຕ​າມ​ຫ້ອງວ່າ​ການ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ອິດ​ສະ​ຣາ​ແອ​ັນ, ປະ​ເທດນີ້​ໄດ້​ສົ່ງ​ບັນ​ດາ​ຄຳ​ເຫັນ ແລະ ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ແຜນ​ການ​​ຫັນ​ເປັນ​ການປອດ​ການ​ທະ​ຫານ​ຢູ່​ເຂດ ກາ​ຊາ ໄປ​ເຖິງ​ຝ່າຍ ອາ​ເມ​ລິ​ກາ, ຖື​ວ່າ ແຜນ​ການນີ້ບໍ່​ສ່ອງ​ແສງ​ຫຼັ​ກ​ໝັ້ນ​ຂອງ ອິດ​ສະ​ຣາ​ແອັນ. ທ່ານ Doron Spielman, ໂຄ​ສົກ​ຫ້ອງວ່າ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ໃຫ້​ຮູ້​ວ່າ ນັກ​ສືບຂ່າວ ອິດ​ສະ​ຣ​າ​ແອັນ ໄດ້​ພົບ​ເຫັນ ຮາ​ມາດ ພວມ​ປະ​ກອບ​ອາ​ວຸດ​ຄືນ​ໃໝ່ ແລະ ​ເກນ​ກຳ​ລັງ​ນັບ​ແຕ່​ຂ​ໍ້​ຕົກ​ລົງ​ຢຸດ​ຍິງ​ໃນ​ເດືອນ ຕຸ​ລາ 2025, ສະ​ນັ້ນ, ໃນ​ເບື້ອງ​ຕົ້ນ ​​ສິ່ງ​ທີ່ບໍ່​ສາ​ມາດ​ຂາດ​ໄດ້​ສຳ​ລັບ​ບໍ່​ວ່າ​ຂໍ້​ຕົກ​ລົງ​​ໃດ​ໆ​ຍາວ​ນານ​ແມ່ນ​ເລື່ອງ​ຫັນ ຮາ​ມາດ ປອດ​ການ​ທະ​ຫານຢ່າງ​ແທ້​ຈິງ, ສາ​ມາດ​ພິ​ສູ​ດ​ໄດ້ ແລະ ບໍ່​ສາ​ມາດ​ຕ່າວ​ປິນ.