(ພາບ: REUTERS/Eric Lee)
ການນຳ 2 ພັກຢູ່ສະພາສູງ ອາເມລິກາ ບັນລຸໄດ້ຂໍ້ຕົກລົງລະຫວ່າງສະພາສູງ ແລະ ສະພາຕ່ຳເພື່ອແນໃສ່ຮັກສາການເຄື່ອນໄຫວຂອງລັດຖະບານສະຫະລັດໃຫ້ຜ່ານຈຸດເວລາດຳເນີນການເລືອກຕັ້ງກາງສະໄໝປີ 2026, ຜ່ານນັ້ນ ກໍ່ຫຼີກລ່ຽງຄວາມສ່ຽງລັດຖະບານຖືກປີດປະຕູນັບແຕ່ຕົ້ນເດືອນ ຕຸລາ. ຕາມຂໍ້ຕົກລົງທີ່ບັນລຸໄດ້ໂດຍທ່ານນາງ Susan Collins, ປະທານກຳມາທິການຈັດສັນງົບປະມານສະພາສູງ (ພັກສາທາລະນະ) ແລະ ທ່ານນາງ Patty Murray, ຮອງປະທານ (ພັກປະຊາທິປະໄຕ) ປະກາດໃນວັນທີ 03 ສິງຫາ, ຮ່າງກົດໝາຍລາຍຈ່າຍຊົ່ວຄາວຈະຮັກສາງົບປະມານຂອງລັດຖະບານຢູ່ລະດັບປະຈຸບັນຮອດວັນທີ 11 ທັນວາ, ໃນຂະນະທີ່ແຫຼ່ງງົບປະມານປະຈຸບັນຈະໝົດກຳນົດໃນວັນທີ 30 ກັນຍາ.
ໃນວັນດຽວກັນ, ພັນທະມິດລວມມີ 25 ລັດໂດຍພັກປະຊາທິປະໄຕນຳພາ ໄດ້ຍື່ນໃບຮ້ອງຟ້ອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ຕໍ່ສານການຄ້າສາກົນ ອາເມລິກາ, ໂດຍຖືວ່າ ບັນດາການຈັດວາງພາສີໃໝ່ສຳລັບສິນຄ້າມາຈາກ 60 ປະເທດຄູ່ຄ້າຕາມມາດຕາ 301 ໄດ້ເກີນສິດອຳນາດນິຕິກຳຂອງປະທານາທິບໍດີ.






