ກອງປະຊຸມຄັ້ງທີ 49 ຂອງຄະນະກຳມະການມໍລະດົກໂລກ ຄາດວ່າຈະຈັດຂຶ້ນຢູ່ Istanbul ແຕ່ວັນທີ 27 ມິຖຸນາ ຫາວັນທີ 7 ກໍລະກົດ 2027. ຕາມທຳນຽມ, ປະເທດເຈົ້າພາບຕວັກກີ ຈະຮັບດຳລົງບົດບາດເປັນປະທານ, ບັນດາປະເທດລວມມີ: ຫວຽດນາມ, ອາກເມເນຍ, ເກຣີນາດາ, ຕັງຊານີ ແລະ ກູເວດໄດ້ຮັບເລືອກຕັ້ງເປັນຮອງປະທານຂອງກອງປະຊຸມຄັ້ງນີ້. ທຸກໆປີ, ຄະນະກຳມະການມໍລະດົກໂລກໄດ້ຈັດກອງປະຊຸມຄົບຄະນະ 1 ຄັ້ງໃນເວລາປະມານ 15 ວັນດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກສົນທິສັນຍາ 1972 ວ່າດ້ວຍການປົກປ້ອງມໍລະດົກດ້ານວັດທະນະທຳ ແລະ ທຳມະຊາດໂລກ, ພ້ອມກັບບັນດາຜູ້ແທນທີ່ມາຈາກບັນດາອົງການຈັດຕັ້ງສາກົນອື່ນໆ. ໜຶ່ງໃນບັນດາເນື້ອໃນສຳຄັນຂອງໂຄງການດຳເນີນງານແມ່ນພິຈາລະນາບັນດາຂໍ້ສະເໜີມໍລະດົກໃໝ່ເຂົ້າໃນບັນຊີລາຍຊື່ມໍລະດົກໂລກ.




