ການຢັ່ງຫາງສຽງຄັ້ງໃໝ່ຂອງ Reuters/Ipsos ສະແດງໃຫ້ເຫັນວ່າ ອັດຕາການສະໜັບສະໜູນທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢູ່ໃນລະດັບຕ່ຳທີສຸດ, ໃນສະພາບທີ່ຜູ້ມີສິດເລືອກຕັ້ງພວມວິຕົກກັງວົນຕໍ່ຄ່າໃຊ້ຈ່າຍໃນການດຳລົງຊີວິດ ແລະ ຜູ້ມີສິດເລືອກຕັ້ງເຊື້ອຊາດແອັດສະປາຍພາກສ່ວນໜຶ່ງ ມີທ່າອ່ຽງອອກຈາກພັກສາທາລະນະ ກ່ອນທີ່ດຳເນິນການເລືອກຕັ້ງກາງສະໄໝໃນເດືອນພະຈິກນີ້. ຕາມຜົນການສຳຫຼວດທີ່ປະກາດໃນວັນທີ 5 ຕຸລາ, ມີຊາວອາເມລິກາພຽງ 32% ເຫັນດີຕໍ່ວິທີການບໍລິຫານຂອງ ທ່ານ Trump ຢູ່ທຳນຽບຂາວ, ອັດຕານີ້ບໍ່ປ່ຽນແປງເມື່ອທຽບໃສ່ກັບການສຳຫຼວດເມື່ອເດືອນກັນຍາ, ຈຸດເວລາທີ່ອັດຕາການສະໜັບສະໜຼນທ່ານຢູ່ໃນລະດັບຕ່ຳທີ່ສຸດໃນພາລະກິດດ້ານການເມືອງ.
ການຢັ່ງຫາງສຽງ ສະແດງໃຫ້ເຫັນວ່າ ພັກປະຊາທິປະໄຕປັດຈຸບັນພວມນຳໜ້າພັກສາທາລະນະ ໃນກຸ່ມຜູ້ມີສິດເລືອກຕັ້ງໄດ້ຈົດທະບຽນ, ດ້ວຍອັດຕາ 44%ເມື່ອທຽບໃສ່ກັບ 37 %, ກ່ອນເວລາດຳເນີນການເລືອກຕັ້ງບໍ່ຮອດໜຶ່ງເດືອນອີກ ແມ່ນວັນທີ 3 ພະຈິກ. ໃນກຸ່ມຜູ້ມີສິດເລືອກຕັ້ງເອກະລາດ, ພັກປະຊາທິປະໄຕກໍ່ນຳໜ້າດ້ວຍອັດຕາ 37%ເມື່ອທຽບໃສ່ກັບ 21%, ໃນຂະນະ ທີ່ຜູ້ມີສິດເລືອກຕັ້ງເອກະລາດ28%ຍັງບໍ່ທັນຕັດສິນຈະປ່ອນບັດໃຫ້ຝ່າຍໃດ.






