ໂດຍໄດ້​ຮັບຄຳເຊີນຂອງທ່ານ ຈາວເລືອຈີ, ປະທານສະພາຜູ້​ແທນປະຊາຊົນແຫ່ງຊາດ ຈີນ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ຈະ​ເດີນ​ທາງໄປຢ້ຽມຢາມ ຈີນ ຢ່າງເປັນທາງການ, ເປັນປະທານຮ່ວມກອງປະຊຸມ​ເ​ທື່ອ​ທີ 2 ​ຄະ​ນະ​ກຳ​ມະ​ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້​ແທນ​ປະ​ຊາ​ຊົນແຫ່ງຊາດ ຈີນ, ແຕ່ວັນທີ 11 ຫາ 15 ຕຸລາ 2026. ນີ້ຈະເປັນ​ການຢ້ຽມຢາມ ຈີນ ຄັ້ງທຳອິດຂອງທ່ານ ເຈິ່ນແທັງເໝີ້ນ ໃນຖານະເປັນປະທານສະພາແຫ່ງຊາດ ຫວຽດ​ນາມ.

ຈຸດສຸມຂອງການຢ້ຽມຢາມຄັ້ງນີ້ຈະແມ່ນກອງປະຊຸມ​ເ​ທື່ອ​ທີ 2 ​ຄະ​ນະ​ກຳ​ມະການ​ຮ່ວມ​ມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາ​ຜູ້​ແທນປະ​ຊາ​ຊົນແຫ່ງຊາດ ຈີນ. ນີ້ແມ່ນກົນໄກໃໝ່ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 2024, ກໍ່​ແມ່ນກົນໄກຮ່ວມມື ​ລັດ​ຖະ​ສະ​ພາຢູ່​ລະ​ດັບສູງສຸດເຊິ່ງສອງຝ່າຍບໍ່​ໄດ້​ສ້າງ​ຕັ້ງ​ກັບ​ຫຼາຍ​ປະ​ເທດ. ​ກ​ອງ​ປະ​ຊຸມຈະ​ຫັນ​ບັນ​ດາ​ການ​ກຳ​ນົດ​ທິດເພື່ອເພີ່ມທະວີ​ການ​ສົມ​ທ​ົ​ບ​ກັນ, ສ້າງ​ລະ​ບົບ​ນິ​ຕິ​ກຳ​ທີ່​ສະ​ດວກ​ຫຼາຍກວ່າ​ໃຫ້​ແກ່ການຮ່ວມມືລະຫວ່າງສອງປະເທດ.