ຕອນເຊົ້າວັນທີ 09 ຕຸລາ, ພິທີສະເຫຼີມສະຫຼອງວັນຫັນ​ເປັນດີຈີຕອນແຫ່ງຊາດ (ວັນທີ 10 ຕຸລາ) ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ.

ດ້ວຍຫົວຂໍ້: "ຈາກສະຖາປັດຕະຍະກຳ, ພື້​ນ​ຖານ, ຂໍ້ມູນໄປສູ່ໝາກຜົນ​ທີ່​ແທ້​ຈິງ, ​ຍົກ​ສູງປະສິດທິ​ຜົນການ​ຄຸ້ມ​ຄອງແຫ່ງຊາດ," ວັນຫັນ​ເປັນດີຈີຕອນແຫ່ງຊາດປີນີ້ ​​ໄດ້ເນັ້ນໜັກເຖິງຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຫັນ​ຈາກ​ການສ້າງສະຖາປັດຕະຍະກຳ, ​ພື້ນ​ຖານ ແລະ ຂໍ້ມູນ ໄປສູ່ການ​ຂຸດ​ຄົ້ນ​ບັນ​ດາ​ແຫຼ່ງ​ກຳ​ລັງດີຈີຕອນຢ່າງມີປະສິດທິ​ຜົນ, ສ້າງ​ໝາກຜົນ​ລະ​ອຽດ, ສາ​ມາດວັດແທກໄດ້ໃນການ​ຄຸ້ມຄອງ, ບໍລິຫານ, ການພັດທະນາ ເສດຖະກິດ - ສັງຄົມ ແລະ ຮັບໃຊ້ປະຊາຊົນ, ວິ​ສາ​ຫະ​ກິດ. ທ່ານ ວູຫາຍກວນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດ​ນາມ ເນັ້ນໜັກວ່າ:

“ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສືບຕໍ່ສ້າງມາດຕະຖານ, ຂໍ້​ກຳ​ນົດ, ແນະ​ນຳ ແລະ ເຄື່ອງມືຕິດຕາມກວດກາ; ແກ້ໄຂຄວາມຫຍຸ້ງຍາກ, ຂໍ້​ຕິດ​ຂັດໃຫ້​ແກ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຢ່າງ​ທັນ​ການ. ​ທາງກະຊວງກໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ບັນ​ດາ​ຫົວ​ໜ່ວຍ, ທ້ອງຖິ່ນ, ​ວິ​ສາ​ຫະ​ກິດ ແລະ ປະຊາຊົນໃນການຈັດຕັ້ງປະຕິບັດ, ມຸ່ງໄປສູ່ປະເທດ​ດີ​ຈີຕອນ​ທັນ​ສະ​ໄໝ.”

​ແລະ​ກໍ່​ໃນ​ບັນ​ດາ​ເຫດ​ການ​ເນື່ອງ​ໃນ​ໂອ​ກາດວັນຫັນ​ເປັນດີຈີຕອນແຫ່ງຊາດປີ 2026, ເຊິ່ງຈັດຂຶ້ນແຕ່​ວັນ​ທີ 08 ຫາ 10 ຕຸລາ, ກໍ່​ໄດ້​ຈັດງານວາງສະແດງການຫັນ​ເປັນຈີຕອນ ແລະ ​ຕົວເມືອງອັດສະລິຍະ, ​ດ້ວຍ​​ຂອບ​ຂະ​ໜາດຮ້ານ​ວາງ​ສະ​ແດງ​ຫຼາຍກວ່າ 200 ​ຮ້ານ.