ວັນ​ທີ 8 ຕຸ​ລາ, ທ່ານ​ José Raúl Mulino ປະ​ທາ​ນາ​ທິ​ບໍ​ດີ ປາ​ນາ​ມາ ແລະ ພັນ​ລະ​ຍາ​ ທ່ານ​ນາງ Maricel Cohen De Mulino ໄດ້​ເດີນ​ທາງ​ອອກ​ຈາກ ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 5 ຕຸ​ລາ ຫາ​ວັນ​ທີ 8 ຕຸ​ລາ 2026, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ. ໂດຍ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວກ່ຽວ​ກັບ​ບັນ​ດາ​ຂີດ​ໝາຍ ແລະ ໝາກ​ຜົນ​ພົ້ນ​ເດັ່ນ​ໃນ​ການ​ຢ້ຽມ​ຢາມ, ທ່ານ ດັ້ງ​ຮວ່າງ​ຢາງ ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມໄດ້​ເປີດ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງການ​ພົວ​ພັນ​ມິດ​ຕະ​ພ​າບມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ປາ​ນາ​ມາ, ຕອບ​ສະ​ໜອງ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ກາ​ນ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ສອງ​ພາກ​ພື້ນ ກໍ່ຄືໃນ​ທົ່ວ​ໂລກ.

ການ​ໂອ້​ລົມ​ເຈ​ລ​ະ​ຈາ​ລະ​ຫວ່າງ ​ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ José Raúl Mulino ປະ​ທາ​ນາ​ທິ​ບໍ​ດີ ປາ​ນາ​ມາ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ ແລະ ບັນ​ດາ​ການ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ບັນ​ດາ​ທິດ​ທາງ​ຍຸດ​ທະ​ສາດ​ນຳ​ການ​ພົວ​ພັນ​ສອງ​ຝ່າຍ​ກ້າວ​ເຂົ້າ​ສູ່ໄລ​ຍະ​ພັດ​ທະ​ນາ​ໃໝ່ ຕາມ​ທິດ​ແທ້​ຈິງ, ມີ​ປະ​ສິ​ດ​ທິ​ຜົນ, ຮອບ​ດ້ານ ແລະ ຍືນ​ຍົງ​ຍາວ​ນານ.