(ພາບ : TTXVN)
ຕອນບ່າຍວັນທີ 09 ຕຸລາ, ຢູ່ແຂວງ ຮືງອຽນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ຄະນະກຳມະການປະຊາຊົນແຂວງ ຮືງອຽນ ຈັດພິທີວາງສີລາລຶກໂຄງການຍົກລະດັບ, ຫັນເປັນທັນສະໄໝ ແລະ ປັບປຸງສະພາບແວດລ້ອມລະບົບຊົນລະປະທານ ບັກຮືງຫາຍ.
ກ່າວຄຳເຫັນຊີ້ນຳທີ່ພິທີວາງສີລາລຶກ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ ເລື່ອງຕັ້ງວຽກງານການພັດທະນາສັງລວມ ລະບົບ ບັກຮຶງຫາຍ ໃນຍຸດທະສາດແມ່ນສາມາດຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳ, ປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາເຂດທົ່ງພຽງແມ່ນ້ຳແດງແບບຍືນຍົງ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງລະບົບ ບັກຮຶງຫາຍ ໃຫ້ມີປະສິດທິຜົນ, ການພັດທະນາພື້ນຖານໂຄງລ່າງຊົນລະປະທານຕ້ອງຕິດພັນກັບການພັດທະນາຕົວເມືອງ, ຊົນນະບົດຊີວະພາບ, ການບໍລິການ, ການທ່ອງທ່ຽວ ແລະ ການອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳ, ປະຫວັດສາດ.







