ວັນ​ທີ 8 ຕຸ​ລາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ​ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ “ວິ​ໄສ​ທັດປະ​ຊາ​ຄົມ ອາ​ຊຽນ 2045: ຈາກ​ຄຳ​ໝັ້ນ​ສັນ​ຍາ​ພາກ​ພື້ນໄປເຖິງ​ໂອ​ກາດ​ພັດ​ທະ​ນາ​ໃຫ້​ແກ່​ທ້ອງ​ຖິ່ນ” ຕາມ​ຮູບ​ແບບ​ເຊິ່ງ​ໜ້າ ​ສົມ​ທົບອອນ​ໄລ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ດັ້ງຮວ່າງ​ຢາງ ຮອງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ຫວຽດນາມ, ຫົວ​ໜ້າ SOM ASEAN ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ວ່າ ​ປີ 2026 ມີ​ຄວາມ​ໝາຍ​ບານ​ພັບ​ໃນ​ເສັ້ນ​ທາງ​ພັດ​ທະ​ນາ​ໃໝ່​ຂອງ ອາ​ຊຽນ, ເມື່ອ​ບັນ​ດາ​ປະ​ເທດ​ເລີ່ມ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ ປະ​ຊາ​ຄົມ ອາ​ຊຽນ 2045 ພ້ອມ​ກັບ 4 ແຜນ​ການ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ເມືອງ - ຄວາມ​ໝັ້ນ​ຄົງ​, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ - ສັງ​ຄົມ ແລະ ການ​ເຊື່ອມ​ຕໍ່, ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ​ ອ​າ​ຊຽນ​ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ປະ​ດິດ​ຄິດ​ສ້າງ, ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ.