ວັນ​ທີ 8 ຕຸ​ລາ, ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ຢັ້ງ​ຢືນ ອາ​ເມ​ລິ​ກາ ຈະ​ບໍ່​ບຸກ​ໂຈມ​ຕີ ອີ​ຣານ ກ່ອນ​ເວ​ລາ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ໃນ​ວັນ​ທີ 3 ພະ​ຈິກ, ພ້ອມ​ທັງ​ໃຫ້​ຮູ້​ວ່າ ວໍ​ຊິງ​ຕັນ ພວມ​ມີ​ການ​ປຶກ​ສາ​ຫາ​ລື​ທີ່​ມີ​ປະ​ສິດ​ທິ​ຜົນ​ກັບ ເຕ​ເຮ​ຣານ.

ໃນ​ບົດ​ຂຽນ​ທີ່​ເອົາ​ລົງ Truth Social, ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ອີກ​ຄັ້ງ​ໜຶ່ງ​ໄດ້ເນັ້ນໜັກ​ຄືນ​ຫຼັກ​ໝັ້ນທີີ່​ຖື​ວ່າ ອີ​ຣານ ຈະ​ບໍ່​ມີ​ອາ​ວຸດ​ນິວ​ເຄຼຍ. ທ່ານ Donald Trump ​ໃຫ້​ຮູ້​ວ່າ ​ນ້ຳ​ມັນບໍ່​ຍັງພວມ​ໄດ້​ຂົນ​ສົ່ງ​ດ້ວຍ​ປະ​ລິ​ມານ​ສະ​ຖິ​ຕິ ຜ່ານ​ຊ່ອງ​ແຄ​ບ​ທະ​ເລ Hormuz, ດ້ວຍ 22 ລ້ານ​ຖັງພຽງແຕ່​ໃນ​ຄ່ຳ​ຄືນ​ກ່ອນ​ນັ້ນ, ແຕ່​ບໍ່​ມີຖັງ​ໃດ​ມາ​ຈາກ ຫຼື​ໄປ​ເຖິງ ອີ​ຣານ.

ຖະ​ແຫຼງ​ການ​ນີ້​ໄດ້​ຍົກ​ອອກ​ມາ​ພາຍຫຼັງທີ່​ໄດ້​ຮັບ​ຂ່າວ​ວ່າ ທຳ​ນຽບ​ຂາວ​ຮຽກ​ຮ້ອງ ທຳ​ນຽບ 5 ແຈ​ກະ​ກຽມ​ບັນ​ດາ​ແຜນການ​ບຸກ​ໂຈມ​ຕີ ​ອີີ​ຣານ ​ກ່ອນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ. ບັນ​ດາ​ຖະ​ແຫຼງ​ການ​ໃໝ່​ຂອງ​ທ່ານ Donald Trump ແມ່ນເພື່ອ​ແນ​ໃສ່ຫຼຸດ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ໂຕ້​ຖຽງ​ກັນ​ໃນ​ສະ​ພາບ​ທີ່​ການ​ປະ​ທະ​ກັນ​ກັບ ​ອີ​ຣານ, ລາຄາ​ເຊື້ອ​ໄຟ ແລະ ຄ່າ​ຄອງ​ຊີບ​ພວມ​ກາຍ​ເປັນ​ບັນ​ຫາ​ໃຫຍ່​ກ່ອນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ.