ນັບ​ແຕ່​ວັນ​ທີ 02 – 04 ທັນ​ວາ 2026 ຢູ່​ສູນ​ວາງ​ສະ​ແດງ​ສາ​ກົນ ຮ່າ​ໂນ້ຍ (ICE) ຈ​ະ​ດຳ​ເນີນ​ງານ​ວາງ​ສະ​ແດງເຄື່ອ​ງ​ປັ້ນ​ດິນ​ເຜົາ ແລະ ຫີນ ຫວຽດ​ນາມ 2026 (Ceramics & Stone Vietnam 2026). ດ້ວຍ​ຫົວ​ຂໍ້ “ປະ​ຕິ​ບັດ​ອ​ະ​ນາ​ຄົດ​ແບບ​ຍືນ​ຍົງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ”, ງານ​ວາງ​ສະ​ແດງ​ໂດຍ​ສະ​ມ​າ​ຄົມເຄື່ອ​ງ​ປັ້ນ​ດິນ​ເຜົາກໍ່​ສ້າງງຫວຽດ​ນາມ, ບໍ​ລິ​ສັດ MMI Asia (ບໍ​ລິ​ສັດ​ລູກ ຮັບ​ຜິດ​ຊອບ​ຂົງ​ເຂດ​ຂອງ Messe München GmbH - ກຸ່ມ​ບໍ​ລິ​ສັດ​ງ​ານ​ວາງ​ສະ​ແດງ​ສາ​ກົນ ຂ​ອງ ເຢຍ​ລະ​ມັນ) ສົມ​ທົບ​ກັນ​ຈັດ​ຂຶ້ນ.

​ ງານ​ວາງ​ສະ​ແດງ​ປີນີ້ ຄາດ​ວ່າຈະ​ເຕົ້າ​ໂຮມ ກວ່າ 350 ວິ​ສາ​ຫະ​ກິດ, ຜູ້​ຜະ​ລິດ ແລະ ເຄື່ອງ​ໝາຍ​ການ​ຄ້າແຖວໜ້າ ເອີລົບ, ອາຊີ ແລະ ບັນ​ດາ​ຕະຫຼາດ​ໃນ​ໂລກ ເຂົ້າ​ຮ່ວມ​ວາງ​ສະ​ແດງ, ຕ້ອນ​ຮັບ​ແຂກ​ເຂົ້າ​ມາ​ຢ້ຽມ​ຊົມການ​ຄ້າ ກວ່າ 5.000 ເທື່​ອ​ຄົນ.