ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ແສວ​ກວິດ ຂຶ້ນ​ກັບ​ຕາ​ແສງ ມີ້​ຫຽບ, ແຂວງ ດົ່ງ​ທາບ, ໄດ້​ຮັບ​ຂະ​ໜານ​ນາມ​ວ່າ​ແມ່ນ “ຊ່ອງ​ທາງ​ນ້ຳ” ທ່າມ​ກາງ​ເຂດ ດົ່ງ​ທາບ​ເມື່ອຍ. ປີ 1960, ຈາກ​ເຂດ​ໜອງ​ບຶງ, ຕົ້ນ​ໄມ້​ຂຽວ​ອຸ່ມ​ທຸ່ມ, ພຸມ​ສັນ​ຖານ​ທຸ​ລະ​ກັນ​ດານ​ນັ້ນ, ແສວກວິດ ໄດ້​ຮັບ​ການ​ຄັດ​ເລືອກ​ເປັນ​ຖານ​ທີ່​ໝັ້ນປະ​ຕິ​ວັດ. ປູ​ຊະ​ນີ​ຍະ​ສະ​ຖານ​ທີ່​ມີ​ຊື່​ສຽງ​ບາງ​ແຫ່ງ​ຢູ່​ທີ່ນີ້​ຄື: ຂຸມຄອງ​ສູ້​ຮົບ​ຮູບ​ຕົວ z, ຂຸມ​ລັບ. ກ໋າ​ເຈ, ​ຂຸມ​ຄອງ​ໂປ​ໂລ​ຮູບ​ຕົວ z,.. ແສວກວິດ ​ມີ​ສະ​ພາບ​ແວດ​ລ້ອມ​ຊີ​ວະ​ພາບຫຼາຍ​ຮູບຫຼາຍ​ແບບ, ​ດ້ວຍພືດ 170 ຊະ​ນິດ​ຄື: ຕົ້ນ​ສະ​ເໝັດ, ຕົ້ນກະທຸ່ມ, ຕົ້ນອໍ້, ຕົ້ນຈິກ, ດອກ​ບົວ, ດອກ​ບົວ​ສາຍ… ພິ​ເສດ​ແມ່ນ​ເນື້ອ​ທີ່​ປ່າສະ​ເໝັດດົງ​ດິບກວ່າ 20 ເຮັກ​ຕາ, ດ້ວຍ​ຕົ້ນ​ສະ​ເໝັດມີ​ອາ​ຍຸ​ນັບ​ຫຼາຍ​ສິບ​ປີຍັງ​ຄົງ​ຮັກ​ສາ​ຮູບ​ເດີມ​ໄວ້​ໄດ້; ສັດ​ປ່າ 200 ຊະ​ນິດ, ໃນ​ນັ້ນ​ມີ​ສັດ​ຫາ​ຍາກຫຼາຍ​ຊະ​ນິດ​ທີ່​ມີ​ໃນ​ປື້ມ​ແດງ​ຫວຽດ​ນາມຄື: ​ງູ​ເຫຼືອມ, ງູສິງ​ຫາງ​ລາຍ, ເຕົ່າ​ກ່ອງ, ນາກ, ນົກ​ກະ​ເຕັນ​ສົບໃຫຍ່…

ເມື່ອ​ມາ​ຢາມ ແສວກວິດ ໃນ​ປະ​ຈຸ​ບັນ, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ໂອ​ກາດ​ໄດ້​ສຳ​ຜັດ​ກັບ​ພື້ນ​ທີ່​ຊີ​ວະ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ດົ່ງ​ທາບ​ເມື່ອຍ ອີກ​ດ້ວຍ. ບັນ​ດາ​ເສັ້ນ​ທາງ​ນ້ອຍໆເລັດ​ລອດໃນ​ປ່າ​ສະ​ເໝັດ, ລະ​ບົບ​ຄອງ​ເໝືອງ ແລະ ບັນ​ດາ​ຮ່ອງ​ຮອຍ​​ຖານ​ທີ່​ໝັ້ນ​ໃນ​ເມື່ອ​ກ່ອນ​ໄດ້​ສ້າງ​ເປັນ​ລາຍ​ການ​ທ່ອງ​ທ່ຽວ​ ທັງ​ຄົ້ນ​ຫາ​ທຳ​ມະ​ຊາດ, ທັງ​ກັບ​ຄືນ​ສູ່​ປະ​ຫວັດ​ສາດ. ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ແສວກວິດ ງາມ​ທີ​ສຸດ​ແມ່ນ​ໃນ​ຊຸມ​ເດືອນ​ທ້າຍ​ຂອງ​ປີ​ຄື​ໃນເດືອນ 8, ​ເດືອນ 10 ແລະ 11. ໃນ​ໂອ​ກາດນີ້, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ພົບ​ເຫັນ​ທົ່ງ​ດອກ​ບົວກວ້າງ​ໃຫຍ່​ສຸດ​ສາຍ​ຕາ, ດ້ວຍ​ສີບົວ​ອ່ອນ​ຂອງດອກ​ໄມ້​ກຳ​ລັງ​ເບັ່ງ​ບານ, ​ຖ່າຍ​ຮູບ​​ພາບ​ທີ່​ສວຍ​ງາມ ຫຼື​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ຈັບ​ອົກ​ຈັບ​ໃຈ​ຄືຕຶກ​ປາ.

ໃນ​ເດືອນ 10 ແລະ ເດືອນ 11, ກົງ​ກັບ​ຍາມ​ນ້ຳຂຶ້ນ, ນັກ​ທ່ອງ​ທ່ຽວ​ອາດ​ສາ​ມາດ​ນັ່ງເທິງ​ເຮືອ​ເດີນ​ທາງ​ໄປ​ຕາມ​ທົ່ງ​ນາ​ທີ່ນ້ຳ​ຖ້ວມ, ຊົມ​ເບິ່ງ​ຝູງນົກ​ຍາງ​ຂາວ​ບິນ​ເຈີດ​ແບບ​ເສ​ລີ, ແລະ​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ​ທີ່​ແຊບ​ນົວ. ສຳ​ລັບ​ຜູ້​ມັກ​ຄົ້ນ​ຫາ​ອາດ​ສາ​ມາດ​ຍ່າງ​ໄປ​ຕາມເສັ້ນ​ທາງ​ທີ່​ເປັນ​ເອ​ກະ​ລັກ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ແສວກວິດ ດ້ວຍ​ໄລ​ຍະ​ທາງ​ປະ​ມານ 1,5 km. ນັກ​ທ່ອງ​ທ່ຽວ ຫງວຽນ​ທິ​ຕ໋​ວຽນ, ມາ​ຈາກ​ນະ​ຄອນ ໂຮ່​ຈີ​ມິນ, ແບ່ງ​ປັນ​ວ່າ:

“ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ທົວ​ທັດ​ຢູ່​ທີ່ນີ້​ງາມແບບ​ທຳມະ​ຊາດ, ອາ​ກາດ​ປອດ​ໂປ່ງ, ມາ​ແຫ່ງນີ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ, ສະ​ບາຍ​ໃຈກວ່າ. ເມື່ອ​ເຫັນ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ, ຂ້າ​ພະ​ເຈົ້າຮູ້​ສຶກວ່າ​ປູ່​ຍ່າ​ຕາ​ຍາຍ​ໃນ​ເມື່ອ​ກ່ອນ​ເກັ່ງຫຼາຍ, ເປັນ​ໜ້າ​ນັບ​ຖື”

ສຳ​ລັບ​ລຸ້ນ​ໜຸ່ມ, ຄຸນ​ຄ່າ​ຂອງ ແສວກວິດ ​ບໍ່​ພຽງ​ແຕ່​ແມ່ນ​ທັດ​ສະ​ນີ​ຍະ​ພາບ ຫຼື​ບັນ​ດາ​ວັດ​ຖຸ​ພັນ​ທີ່​ໄດ້​ຮັກ​ສາ​ໄວ້​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ກັບ​ອະ​ດີດ​ຕະ​ການອີກ​ດ້ວຍ. ​ຫງວຽນ​ທິ​ກິມ​ເງິນ, ເພື່ອນ​ໜຸ່ມ​ທີ່​ມາ​ຈາກ​ຕາ​ແສງ ມີ້​ທໍ, ແຂວງ​ດົ່ງ​ທາບ, ໃຫ້​ຮູ້​ວ່າ:

“ເມື່ອ​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ວັດ​ຖຸ​ພັນ, ຮູບ​ພາບ, ແລະ ຮູບ​ເງົາ​ເອ​ກະ​ສານ​ຢູ່​ຫໍ​ວາງ​ສະ​ແດງ… ​ນ້ອງຮູ້​ສຶກ​ຄື​ວ່າ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ສະ​ໄໝທີ່ປູ່​ຍ່າ​ຕາ​ຍາຍ​ເຄີຍ​ຕໍ່​ສູ້, ເສຍ​ສະຫຼະ, ຮ່ວມ​ທຸກ​ຮ່ວມ​ສຸກ​ກັບ​ປະ​ຊາ​ຊົນ, ຕໍ່​ສູ້ປົກ​ປັກຮັກ​ສາ​ຜືນ​ແຜ່ນ​ດິນ​ເພື່ອ​ມີ​ສັນ​ຕິ​ພາບ​​ຄືໃນທຸກ​ວັນນີ້ ”

ດ້ວຍ​ບັນ​ດາ​ຄຸນ​ຄ່າ​ພິ​ເສດ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ແລະ ຊີ​ວະ​ພາບ, ວັນ​ທີ 9/4/1992, ກະ​ຊວງວັດ​ທະ​ນະ​ທຳ - ຖະ​ແຫຼງ​ຂ່າວ (ປະ​ຈຸ​ບັນ​ແມ່ນ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ) ໄດ້​ຈັດ​ອັນ​ດັບ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ແສວກວິດ ເປັນ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ລະ​ດັບຊາດ. ພິ​ເສດ, ກິດ​ຈະ​ກຳ​ສຳ​ນັກ​ເຮັດ​ວຽກ ແລະ ຫໍ​ວາງ​ສະ​ແດງເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ແສວກວິດ ທີ່ເປີດ​ນຳ​ໃຊ້​ເມື່ອ​ທ້າຍ​ເດືອນ 4 ຜ່ານ​ມາ​​ນັ້ນ, ໄດ້​ເປີດ​ພື້ນ​ທີ່​ຕື່ມ​ອີກ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳຂອງ​ປູ​ຊະ​ນີ​ຍະ​ສະ​ຖານ.

ໃນ​ເນື້ອ​ທີ່​ປະ​ມານ 63 ເຮັກ​ຕາ, ບັນ​ດາ​ຮ່ອງ​ຮອຍ​ຂອງ​ຖານ​ທີ່​ໝັ້ນ​ປະ​ຕິ​ວັດ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ໃນ​ພື້ນ​ທີ່​ປ່າ​ສະ​ເໝັດ​ທີ່​ຂຽວ​ເຢັນ. ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ຄຸນ​ຄ່າ​ປະ​ຫວັດ​ສາດ ແລະ ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ນັ້ນ​ເອງ ໄດ້​ສ້າງ​ຄວາມ​ດຶງ​ດູດ​ສະ​ເພາະ​ໃຫ້​ແກ່ ແສວກວິດ, ສະ​ຖານ​ທີ່​ປະ​ຫວັດ​ສາດ, ປະ​ຕິ​ວັດຂອງ​ດິນ​ແດນ ແຊນ​ຮົ່ງ, ທັງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ກັບ​ຄືນສູ່​ຮາກ​ເຫງົ້າທີ່​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ. ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ, ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິດ, ການ​ສູ້​ຮົບ​ຂອງ​ທະ​ຫານ ແລະ ປະ​ຊາ​ຊົນ​ຢູ່​ປ່າ​ສະ​ເໝັດ​ໃນ​ເມື່ອ​ກ່ອນ​ໄດ້ສະ​ທ້ອນ​ໃຫ້​ເຫັນ​ຜ່ານ​ວັດ​ຖຸ​ພັນ, ຮູບ​ພາບ ແລະ ເອ​ກະ​ສານ. ຜ່ານ​ນັ້ນ, ປະ​ຫວັດ​ສາດ​ມີ​ຄວາມ​ໃກ້​ຊິດ, ​ຊ່ວຍ​ໃຫ້​ມະ​ຫາ​ຊົນ, ເປັນ​ຕົ້າ​ແມ່ນ​ລຸ້ນ​ໜຸ່ມ​ເຂົ້າ​ໃຈ​ໄດ້​ງ່າຍກວ່າ. ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ​ເປີດນຳ​ໃຊ້, ທ່ານ ຮ​​ວຽນ​ມິງ​ຕ໋ວນ , ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ດົ່ງ​ທາບ, ເນັ້ນ​ໜັກ​ວ່າ:

“ນີ້​ແມ່ນ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ​​ດ້ານ​ການ​ເມືອງ, ວັດ​ທະ​ນະ​ທຳ ແລະ ສັງ​ຄົມຢ່າງ​ເລິກ​ເຊິ່ງ. ກິດ​ຈະ​ກຳ​ບໍ່​ພຽງ​ແຕ່​ຮັບ​ໃຊ້​ວຽກ​ງານ​ສະ​ສົມ​ເກັບ​ກຳ, ຮັກ​ສາ​, ວາງ​ສະ​ແດງບັນ​ດາ​ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ​ມູນ​ເຊື້ອ, ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ອີກ​ດ້ວຍ. ເພື່ອ​ໃຫ້​ກິດ​ຈະ​ກຳ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​​ໄດ້ຢ່າງ​ແທດ​ຈິງ, ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ​ການ​ທ່ອງ​ທ່ຽວ​ ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ, ສືບ​ຕໍ່ສະ​ສົມ​ເກັບ​ກຳ, ເພີ່ມ​ເຕີມ​ວັດ​ຖຸ​ພັນ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີໃນ​ການ​ຈັດວາງ, ອະ​ທິ​ບາຍ, ສ້າງ​ຄວາມ​ດຶງ​ດູດ​ໃຫ້​​ແກ່ປະ​ຊາ​ຊົນ ແລະ​ນັກ​ທ່ອງ​ທ່ຽວ”.

ມາ​ຢາມ ແສວກວິດ, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ກັບ​ຄືນສູ່​ຊຸມ​ເດືອນ​ປີ​ແຫ່ງ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ອົງ​ອາດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ສຳ​ຜັດ​​ກັບ​ພື້ນ​ທີ່​ຊີ​ວະ​ພ​າບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ແມ່​ນ້ຳ​ລຳ​ເຊອີກ​ດ້ວຍ. ນີ້​ກໍ່​ແມ່ນ​ຄຸນ​ຄ່າຫຼັກ​ເພື່ອ​ໃຫ້ ແສວກວິດ ​ສືບ​ຕໍ່​ໄດ້​ຮັບ​ການ​ລົງ​ທຶນ, ຍົກ​ລະ​ດັບ, ກາຍ​ເປັນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ - ປະ​ຫວັດ​ສາດ - ຊີ​ວະ​ພາບ​ທີ່​ພົ້ນ​ເດັ່ນ​ຂອງ ດົ່ງ​ທາບ ​ເວົ້າ​ສະ​ເພາະ ແລະ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ເວົ້າ​ລວມ, ຜ່ານ​ນັ້ນ, ບັນ​ດາ​ຄຸນ​ຄ່າ​ຂອງ​ອະ​ດີດ​ຕະ​ການ​ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ສູ່​ທຸກວັນ​ນີ້​ເທົ່າ​ນັ້ນ, ຫາກ​ຍັງ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ປະ​ກອບ​ສ່ວນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ແລະ ການ​ສຶກ​ສາ​ມູນ​ເຊື້ອ​ໃຫ້​ລຸ້ນ​ຄົນ​ໃນພາຍ​ພາກ​ໜ້າອີກ​ດ້ວຍ./.