ຢູ່ກອ​ງ​ປະ​ຊຸມ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 31 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ແມ່​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (COP 31)ໄດ້​ດຳ​ເນີນ​ໃນ​ວັນ​ທີ 7 ຕຸ​ລາ ຢູ່​ນະ​ຄອນ Nadi (Fiji), ບັນ​ດາ​ການ​ນຳ​ພາກ​ພື້ນ ປາ​ຊີ​ຟິກ ໄດ້​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ ຮັ່ງ​ມີ​ອຸ​ປະ​ຖຳ​ການ​ເງິນ​ໂດຍ​ໄວ​ເພື່ອ​ຊ່ວຍ​ບັນ​ດາ​ປະ​ເທດ​ນີ້ ຄົງ​ຕົວ​ຕໍ່​ວິ​ກິດ​ການ​ດິນ​ຟ້າ​ອາ​ກາດ.

ກ່າວ​ຄຳ​ເຫັນ​ຢູ່ນອກກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Papua New Guinea, James Marape ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ບັນ​ຫາ​ທີ່​ມີ​ລັກ​ສະ​ນະ​ຄຸນ​ສົມ​ບັດ ເມື່ອ​ບັນ​ດາ​ປະ​ເທດ​ມີ​ອະ​ທິ​ປະ​ໄຕ​ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຖືກ​ສູນ​ຫາຍ​ໄປ​ໃນ​ແຜນ​ທີ່ ຍ້ອນ​ຖືກ​ຜົນ​ຕາມ​ມາ​ຈາກ​ການ​ຕັດ​ສິນ​ຂອງ​ບັນ​ດາ​ປະ​ເທດ​ອື່ນ.

ສ່ວນ​ທ່ານ Wopke Hoekstra ກຳ​ມະ​ການເອີ​ລົບ​ຮັບ​ຜິດ​ຊອບ ວຽກ​ງານ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​ ໄດ້​ຍອມ​ຮັບ​ວ່າ ໂລກ​ພວມມີ​ການ​ກະ​ທຳ​ທີ່​ຍັງ​ບໍ່​ທັນຢ່າງ​ພຽງ​ພ​ໍ​ເມື່ອ​ບົດ​ລາຍ​ງານ​ຂອງ ສ​ປ​ຊ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ຕ້ອງ​ການ​ເງິນແຕ່ 310 – 365 ຕື້ USD ເພື່ອ​ປັບ​ຕົວໃຫ້​ແທດ​ເໝາະ, ແຕ່​ແຫຼ່ງ​ກຳ​ລັງ​ໃນ​ຕົວ​ຈິງ​ໃນ​ປີ 2023 ພຽງ​ແຕ່​ບັນ​ລຸ 26 ຕື້ USD ເທົ່​າ​ນັ້ນ. ປັດ​ຈຸ​ບັນ, ກອງ​ທຶນ​ຄວາມ​ສາ​ມາດ​ສ້າງ​ຄວາມ​ເຂັ້ມ​ແຂງດ້ວ​ຍ​ຕົນ​ເອງ ຂອງ ປາ​ຊີ​ຟິກ ໂດຍ​ບັນ​ດາ​ການ​ນຳ​ໃນ​ພາກ​ພື້ນ​ສ້າງ​ຂຶ້ນ ເພື່ອ​ແນ​ໃສ່​ລະ​ດົມ​ເງິນ 500 ລ້ານ USD ຫາ​ກໍ່​ໄດ້​ຮັບ​ຄຳ​ໝັ້ນ​ສັນ​ຍາ ບໍ່​ຮອດ​ເຄິ່ງ​ໜຶ່ງ​ຂອງ​ຈຳ​ນວນ​ສະ​ມາ​ຊິກ, ເຖິງວ່າ Fiji ຫາ​ກໍ່​ປະ​ກອບ​ເງິນກວ່າ 10 ລ້ານ USD.