ຕອນທ່ຽງວັນທີ 8 ຕຸລາ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການຢ້ຽມຢາມ ສປປ. ລາວ ຢ່າງເປັນທາງການ ຮອດວັນທີ 9 ຕຸລາ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສະເຫຼີມໄຊ ກົມມະສິດ.
ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ດຳເນີນໄປໃນຈຸດເວລາທີ່ມີຄວາມໝາຍບານພັບ ສຳລັບ ສປປ.ລາວ. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ການນຳສອງປະເທດ ແບ່ງປັນວິໄສທັດ ແລະ ການນຳນົດທິດ ສຳລັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ນຳການພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມາກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແທດຈິງ.
ຄາດວ່າ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຈະພົບປະສົນທະນາກັບທ່ານນາຍົກລັດຖະມົນຕີ ລາວ; ເປັນສັກຂີພິຍານພິທີເຊັນເອກະສານຮ່ວມມື; ເປັນປະທານຮ່ວມກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ຫວຽດນາມ-ລາວ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຈະເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ; ພົບປະກັບທ່ານປະທານສະພາແຫ່ງຊາດ ລາວ.






