ຕາມ USTR ແລ້ວ, ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາຢູ່ນອກກອງປະຊຸມຄະນະກຳມະການການຄ້າຂຶ້ນກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD). ວໍຊິງຕັນ ຖືວ່າ ສະມັດຕະພາບເຫຼືອເກີນບໍ່ພຽງແຕ່ແມ່ນບັນຫາເສດຖະກິດເທົ່ານັ້ນ, ຫາກຍັງແມ່ນຜົນສະທ້ອນຂອງບັນດານະໂຍບາຍປອດການຕະຫຼາດ, ຄື: ເງິນອຸດໜູນອຸດສາຫະກຳ, ເງິນກູ້ຢືມໃຫ້ບຸລິມະສິດ, ລັດວິສາຫະກິດ, ຮົ້ວກີດຂວາງການເຂົ້າເຖິງຕະຫຼາດ, ບັນດາມາດຕະການໜູນຊ່ວຍການສົ່ງອອກທີ່ບໍ່ຕິດພັນກັບການສະໜອງ ແລະ ຄວາມຕ້ອງການໃນຕົວຈິງ...
ຕາມ USTR, ສະພາບການນີ້ອາດຈະເຮັດໃຫ້ສິນຄ້າມີລາຄາຖືກຫຼັ່ງໄຫຼເຂົ້າທ້ອງຕະຫຼາດທົ່ວໂລກ, ສ້າງຄວາມກົດດັນຕໍ່ວິສາຫະກິດ ແລະ ຜູ້ອອກແຮງງານຢູ່ບັນດາປະເທດອື່ນ, ນາບຂູ່ຕໍ່ກໍາລັງການຜະລິດໃນບັນດາຂົງເຂດອຸດສາຫະກຳຍຸດທະສາດ.







