ການນໍາບັນດາປະເທດປຶກສາຫາລືຢູ່ກອງປະຊຸມສຸດຍອດ ອີຢູ (ພາບ: Reuters) |
ຕາມວົງການນັກໄຈ້ແຍກຢູ່ ເອີຣົບ ແລ້ວ, ເລື່ອງ 27 ປະເທດສະມາຊິກ ອີຢູ ບັນລຸໄດ້ຂໍ້ຕົກລົງກ່ຽວກັບບ້ວງເງິນຟື້ນຟູເສດຖະກິດມີມູນຄ່າ 750 ຕື້ ເອີໂຣນັ້ນ ແມ່ນໜຶ່ງໃນບັນດາຂີດໝາຍທີ່ໜ້າສົນໃຈທີ່ສຸດໃນປະຫວັດສາດແຫ່ງການກໍ່ສ້າງສະຫະພາບເອີຣົບ ເພາະວ່າ ການຊໍາລະໜີ້ລວມ ຈະເຮັດໃຫ້ບັນດາປະເທດອີຢູ ມີຄວາມຜູກພັນນໍາກັນຢ່າງໜ້ອຍສຸດແມ່ນ 30 ປີ.
ໃນຂະນະນັ້ນ, ວັນທີ 21 ກໍລະກົດ, ທ່ານລັດຖະມົນຕີກະຊວງເສດຖະກິດ ເຢຍລະມັນ Peter Almaier ຖືວ່າ ແຜນການຟື້ນຟູເສດຖະກິດໃໝ່ ເຊິ່ງ ສະຫະພາບເອີຣົບ ຫາກໍບັນລຸໄດ້ ຈະຊ່ວຍໃຫ້ເສດຖະກິດຂອງທະວີບນີ້ ຫຼຸດພົ້ນອອກຈາກສະພາບການຊຸດໂຊມ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ ແລະ ເຕີບໂຕຄືນໃໝ່ໃນປີ 2021.








