ຕອນ​ບ່າຍ​ວັນ​ທີ 27 ເມ​ສາ, ຢູ່​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ນະ​ຄອນຫຼວງວຽງ​ຈັນ, ປະ​ເທດ​ລາວ ໄດ້​ດຳ​ເນີນ​ເວ​ທີ​ປາ​ໄສ ‘’ພາ​ສາ​ຫວຽດ: ຂົວ​ເຊື່ອມ​ຕໍ່​ຫວຽດ​ນາມ - ລາວ” ດ້ວຍ​ຫົວ​ຂໍ້ ເຊີດ​ຊູ​ພາ​ສາ​ຫວຽດ, ຮັກ​ສາ​ສີ​ສັນ, ເຊື່ອມ​ຕໍ່​ອະ​ນາ​ຄົດ”. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານຫງວຽນ​ມິງ​ເຕິມ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ ເນັ້ນ​ໜັກ​ວ່າ ເວ​ທີ​ປາ​ໄສ​ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ​ທີ່​ມີ​ຄວາມ​ໝາຍ​ດ້ານ​ວັດ​ທະ​ນະ​ທຳ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ເຊື່ອມ​ຕໍ່, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ປະ​ກອບ​ສ່ວນ​ຊຸກ​ຍູ້​ຂະ​ບວນ​ການ​ສິດ​ສອນ ແລະ ຮ່ຳ​ຮຽນ​ພາ​ສາ ຫວຽດ​ນາມ ໃຫ້ນັບ​ມື້​ນັບ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ຢູ່​ລາວ ອີ​ກ​ດ້ວຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ເໜີ​ຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ສິດ​ສອນ ແລະ ການ​ຮຽນ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ກາ​ນ​ຮ່ຳ​ຮຽນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ, ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ຕົວ​ຈິງ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ແບ່ງ​ປັນພາ​ຫະ​ນະ, ​ເອ​ກະ​ສານ​ການ​ຮຽນ​ທີ່​ຈຳ​ເປັນ.