ວັນ​ທີ 27 ເມ​ສາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມພິ​ຈາ​ລະ​ນາ​ຕີ​ລາ​ຄາ ສົນ​ທິ​ສັນ​ຍາ​ບໍ່​ເຜີດ​ແຜ່​ອາ​ວຸດ​ນິວ​ເຄຼຍ (NPT) ​ຄັ້ງ​ທີ 11 ໄດ້​ໄຂ​ຂຶ້ນ​ຢູ່​ສຳ​ນັກ​ງານ​ສ​ປ​ຊ ທີ່​ນິວຢອກ (ອາ​ເມ​ລິ​ກາ). ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ​ຮຸ່ງ​ຫວຽດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ປະ​ທານ​​ທີ່ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຂອງກອງ​ປະ​ຊຸມ, ການພິ​ຈາ​ລະ​ນາ​ຕີ​ລາ​ຄາ​ຄັ້ງ​ນີ້ ໄດ້​ດຳ​ເນີນ​ແຕ່​ວັນ​ທີ 27 ເມ​ສາ ຫາ ວັນີ 22 ພຶດ​ສະ​ພາ, ດ້ວຍ​ການ​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ຂອງ​ຜູ້​ຕາງ​ໜ້າ​ຂັ້ນ​ສູງ​​ທີ່ມາ​ຈາກ 191 ປະ​ເທດ ສະ​ມາ​ຊິກ NPT. ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ທານກອງ​ປະ​ຊຸມ ໄດ້​ສະ​ແດງ​​ໃຫ້​ເຫັນການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ແລະ ​ການກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ​ຮຸ່ງ​ຫວຽດ ໄດ້​ເນັ້ນ​ໜັກ​ເຖິງ​ຈິດ​ໃຈ​ສ້າງ​ສັນ, ​ການໂອ້​ລົມ​ສົນ​ທະ​ນາ ແລະ ​ການຮ່ວມ​ມືຫຼາຍ​​ຝ່າຍໃນ​ບັນ​ດາ​ບົດ​ກ່າວ​ຄຳ​ເຫັນ​ກ່ອນ​ດຳ​ເນີນກອງ​ປະ​ຊຸມ, ທ່ານ​ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ສະ​ໜັບ​ສ​ະໜູນ​ການ​ປົດ​ອາ​ວຸດ​ນິວ​ເຄຼຍ​ຢ່າງ​ຮອບ​ດ້ານ, ບໍ່​ຈຳ​ແນກ​ການ​ປະ​ພຶດ.