ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ Anura Kumara Dissanayake ​ປະ​ທາ​ນາ​ທິ​ບໍ​ດີ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ສີ​ລັງ​ກາ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຈະ​ໄປ​ຢ້ຽມ​ຢາມ ທາງ​ລັດ​ຖ​ະ​ກິດ ຢູ່ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ສີ​ລັງ​ກາ​. ຕາມ​ແຈ້ງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລ້ວ, ການ​ຢ້ຽມ​ຢາມ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 7 – 8 ພຶດ​ສະ​ພາ 2026.