ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ສ. ອິນເດຍ ແຕ່ວັນທີ 05 – 07 ພຶດສະພາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສ. ອິນເດຍ Narendra Modi. ການຢ້ຽມຢາມ ແມ່ນ “ກຳລັງຊຸກຍູ້ຍຸດທະສາດ”, ສ້າງກຳລັງດັນໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ອິນເດຍ ໃນສະພາບການພາກພື້ນ ແລະ ໂລກ ພວມມີການຫັນປ່ຽນຢ່າງວ່ອງໄວ; ປະກອບສ່ວນກຳນົດລວງເລິກຂອງການຮ່ວມມືສອງຝ່າຍໃນຫຼາຍເສົາຄ້ຳສຳຄັນ.
ນີ້ເປັນຄັ້ງທຳອິດທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ. ພິເສດ, ການຢ້ຽມຢາມໄດ້ດຳເນີນໃນໂອກາດສອງປະເທດສະເຫຼີມສະຫຼອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຄົບຮອບ 10 ປີ (2016 – 2026).
ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ການນຳສອງປະເທດບໍ່ພຽງແຕ່ທົບທວນຄືນສາຍພົວພັນສອງຝ່າຍໃນໄລຍະ 10 ປີຜ່ານມາເທົ່ານັ້ນ ຫາກຍັງພ້ອມກັນກຳນົດການຮ່ວມມືລະຫວ່າງສອງປະເທດໃນໄລຍະໃໝ່ອີກດ້ວຍ.
ປັບປຸງພື້ນຖານການເມືອງຍຸດທະສາດ
ສາຍພົວພັນ ຫວຽດນາມ - ອິນເດຍ ໂດຍປະທານ ໂຮ່ຈີມິນ ແລະ ທ່ານນາຍົກລັດຖະມົນຕີ Jawaharlal Nehru ກໍ່ຕັ້ງພື້ນຖານ ບົນພື້ນຖານຄວາມຄ້າຍຄືກັນດ້ານວັດທະນະທຳ, ປະຫວັດສາດ ແລະ ຄວາມສາມັກຄີໃນການຕໍ່ສູ້ຍາດເອົາເອກະລາດ. ນັບແຕ່ເມື່ອສ້າງຕັ້ງສາຍພົວພັນທາງການທູດ ປີ 1972, ສາຍພົວພັນລະຫວ່າງສອງປະເທດນັບມື້ນັບໝັ້ນໜຽວກວ່າເກົ່າ, ໂດຍໄດ້ຍົກລະດັບຂຶ້ນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານປີ 2016. 10 ປີຜ່ານມາ, ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນານັບມື້ນັບເລິກເຊິ່ງກວ້າງຂວາງ, ກາຍເປັນໜຶ່ງໃນບັນດາຂອບເຂດຮ່ວມມືທີ່ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນໃນພາກພື້ນ. ທ່ານ ຫງວຽນແທັງຫາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຢັ້ງຢືນວ່າ:
“ການຮ່ວມມືດ້ານການເມືອງລະຫວ່າງສອງປະເທດໄດ້ຮັບການປັບປຸງ, ຄວາມໄວ້ເນື້ອເຊື່ອໃຈໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ການນຳສອງປະເທດມີການຢ້ຽມຢາມ, ພົບປະກັນຢູ່ນອກຂອບເຂດກອງປະຊຸມສາກົນເປັນປະຈຳ, ສິ່ງດັ່ງກ່າວສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງຢ່າງເຂັ້ມແຂງສຳລັບສາຍພົວພັນສອງຝ່າຍ. ມີຫຼາຍກວ່າ 20 ກົນໄກຮ່ວມມືລະຫວ່າງສອງປະເທດພວມປະກອບສ່ວນເຂົ້າໃນການຜັນຂະຫຍາຍປະສິດທິຜົນການຮ່ວມມືສອງຝ່າຍ. ພ້ອມດຽວກັນນັ້ນ, ມີຂໍ້ຕົກລົງສຳຄັນຫຼາຍສະບັບໄດ້ຮັບການລົງນາມ ແລະ ຜັນຂະຫຍາຍແລ້ວ”.
ບົນພື້ນຖານສາຍພົວພັນດ້ານການເມືອງທີ່ດີງາມ, ການຮ່ວມມືດ້ານເສດຖະກິດ - ການຄ້າ ຫວຽດນາມ -ອິນເດຍ ກໍນັບມື້ນັບໄດ້ຮັບການເປີດກວ້າງຕາມທິດມີປະສິດທິຜົນ ແລະ ແທດຈິງກວ່າ. ວົງເງິນການຄ້າສອງຝ່າຍໃນປີ 2025 ບັນລຸລະດັບສະຖິຕິ 16,46 ຕື້ USD, ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ປີ 2024 ແລະ ເພີ່ມຂຶ້ນປະມານ 2,5 ຄັ້ງ ເມື່ອທຽບໃສ່ຈຸດເວລາສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານປີ 2016. ປັດຈຸບັນ, ອິນເດຍ ນອນໃນກຸ່ມ 8 ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ການຮ່ວມມືໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ພະລັງງານ, ການສຶກສາ - ບຳລຸງສ້າງສືບຕໍ່ໄດ້ຮັບການຊຸກຍູ້.
ການຮ່ວມມືດ້ານປ້ອງກັນຊາດ, ພົວພັນແລກປ່ຽນປະຊາຊົນ, ວັດທະນະທຳ ແລະ ການທ່ອງທ່ຽວກໍແມ່ນບັນດາຈຸດເດັ່ນໃນການຮ່ວມມືຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ. ບັນດາພື້ນຖານໄດ້ສ້າງຕັ້ງຂຶ້ນພາຍຫຼັງ 10 ປີ ພວມສ້າງປະຖົມປັດໄຈທີ່ສະດວກເພື່ອໃຫ້ສອງປະເທດນຳສາຍພົວພັນພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດ ຫງວຽນແທັງຫາຍ ຖືວ່າ:
“ການບືນຕົວຂຶ້ນຢ່າງແຮງຂອງ ອິນເດຍ ໃນຖານະເປັນປະເທດມະຫາອຳນາດ, ການພັດທະນາຢ່າງແຮງຂອງ ຫວຽດນາມ ໃນຊຸມປີຜ່ານມາ, ພ້ອມກັບການແບ່ງປັນລະຫວ່າງສອງປະເທດກ່ຽວກັບວິໄສທັດພັດທະນາ ແລະ ທັດສະນະສຳລັບຫຼາຍບັນຫາສາກົນໃນພາກພື້ນ ພວມສ້າງກາລະໂອກາດເພີ່ມທະວີການຮ່ວມມືຫຼາຍຝ່າຍ. ໄປຄຽງຄູ່ກັບການສືບຕໍ່ປັບປຸງບັນດາຂົງເຂດຮ່ວມມືທີ່ໄດ້ສ້າງຕັ້ງແລ້ວ, ສອງຝ່າຍຕ້ອງຊຸກຍູ້ບັນດາຂົງເຂດຮ່ວມມືໃໝ່ຢ່າງແຮງ, ຕອບສະໜອງຄວາມຕ້ອງການຂອງແຕ່ລະປະເທດໃນຂະບວນວິວັດແຫ່ງການພັດທະນາ”.
ກຳລັງໜູນຢ່າງແຮງໃຫ້ແກ່ເປົ້າໝາຍພັດທະນາຂອງແຕ່ລະປະເທດ
ໃນສະພາບການ ຫວຽດນາມ ວາງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045 ແລະ ອິນເດຍ ກາຍເປັນປະເທດພັດທະນາໃນປີ 2047 ນັ້ນ, ການນຳສອງປະເທດມີຄວາມຮັບຮູ້ວ່າ ຕ້ອງສືບຕໍ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ຢ່າງແຮງກວ່າອີກ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຫງວຽນແທັງຫາຍ ຕອບສຳພາດຕໍ່ນັກຂ່າວ VOV
(ພາບ: VOV)
ການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເປີດບັນດາ “ບ່ອນອີງ” ໃໝ່ໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດໃນໄລຍະໃໝ່. ໃນສະພາບການເສດຖະກິດທົ່ວໂລກມີການຜັນແປຫຼາຍຢ່າງ ແລະ ໂຄງສ້າງຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນພວມໄດ້ຮັບການປັບປຸງຄືນໃໝ່, ແຮງກະຕຸ້ນຈາການຢ້ຽມຢາມຄັ້ງນີ້ ອາດຈະກາຍເປັນກຳລັງໜູນສຳຄັນຊ່ວຍໃຫ້ສອງປະເທດຍາດແຍ່ງກາລະໂອກາດໄດ້ເປັນຢ່າງດີກວ່າ, ພ້ອມທັງພ້ອມກັນຮັບມືກັບບັນດາສິ່ງທ້າທາຍລວມຢ່າງມີປະສິດທິຜົນ. ທ່ານເອກອັກຄະລັດຖະທູດ ຫງວຽນແທັງຫາຍ ເນັ້ນໜັກວ່າ:
“ໃນສະພາບການທັງ ອິນເດຍ ແລະ ຫວຽດນາມ ພວມບືນຕົວຂຶ້ນຢ່າງແຮງ ແລະ ສະພາບການໂລກ, ພາກພື້ນພວມມີການຜັນແປຢ່າງເລິກເຊິ່ງນັ້ນ, ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ການນຳສອງປະເທດກຳນົດທິດທາງການຮ່ວມມືລະຫວ່າງສອງປະເທດໃນໄລຍະໃໝ່. ການຢ້ຽມຢາມແມ່ນໂອກາດເພື່ອຮັດແໜ້ນສາຍພົວພັນລະຫວ່າງການນຳສອງປະເທດ ແລະ ສາຍພົວພັນລະຫວ່າງສອງພັກກຳອຳນາດຫຼາຍກວ່າອີກ. ນີ້ກໍແມ່ນໂອກາດທີ່ດີທີ່ສຸດເພື່ອເພີ່ມທະວີການເຊື່ອມຕໍ່ຢ່າງຮອບດ້ານລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດ ແລະ ລະຫວ່າງບັນດາວິສາຫະກິດເຄື່ອນໄຫວໃນບັນດາຂົງເຂດ, ໃນນັ້ນ ມີບັນດາບໍລິສັດເຕັກໂນໂລຢີ, ບໍລິສັດເລີ່ມຕົ້ນທຸລະກິດ, ບັນດາສູນນະວັດຕະກຳຂອງສອງປະເທດ”.
ການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນຄັ້ງນີ້ ໄດ້ຮັບຄວາມຫວັງວ່າ ຈະສ້າງກຳລັງໜູນໃໝ່, ເປີດອອກພື້ນທີ່ຂົງເຂດຮ່ວມມືທີ່ກວ້າງຂວາງກວ່າ ແລະ ຍົກລະດັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນສັງກາດໃໝ່, ປະກອບສ່ວນເຂົ້າໃນການປະຕິບັດສຳເລັດບັນດາເປົ້າໝາຍພັດທະນາ ເຊິ່ງແຕ່ລະປະເທດໄດ້ວາງອອກ./.








