ທ່ານ Klaus Schwab ຜູ້ສ້າງຕັ້ງ WEF (ພາບ: Anadolu Agency)

ເວທີປາໄສ ເສດຖະກິດໂລກ (ຫຼືກອງປະຊຸມ Davos) (WEF) 2021 ໄດ້ເລີ່ມດຳເນີນໃນວັນທີ 24 ມັງກອນ ດ້ວຍພິທີມອບລາງວັນ Crystal ທາງອອນລາຍ. ທີ່ພິທີ, ທ່ານ Klaus Schwab ຜູ້ສ້າງຕັ້ງ WEF ໄດ້ກ່າວສູນທອນພົດໄຂ ພິທີດ້ວຍສານທາງວີດີໂອ, ເຊິ່ງຢັ້ງຢືນວ່າ ປີ 2021 ໂລກຈະຫຼຸດພົ້ນອອກຈາກໂລກລະບາດໂຄວິດ - 19 ດ້ວຍວີທີທີ່ ມີໄຫວພິບກ່ວາ, ກວມລວມກ່ວາ ແລະ ໝັ້ນຄົງກ່ວາ.

ລາງວັນ Crystal ເພື່ອແນໃສ່ເປົ້າໝາຍເຊີດຊູບັນດານັກສິລະປິນທີ່ມີການປະກອບສ່ວນພົ້ນເດັ່ນ ເພື່ອແນໃສ່ປັບປຸງສະພາບການໂລກໃນປັດຈຸບັນ. ປີນີ້ ນັກວິສະວະກອນ ຊາວອັງກິດເຊື້ອຊາດ ອາຟຼິກກາ David Adjaye ແລະ ຊ່າງພາບ ຊາວບຣາຊິນ Sabastiao salgado ແມ່ນຜູ້ໄດ້ຮັບການຍ້ອງຍໍສັນລະເສີນ.