ທ່ານ ເຈິ່ນແທັງເໝິນ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: qdnd.vn)

ກ່າວຄຳເຫັນນະທີ່ນີ້, ທ່ານ ເຈິ່ນແທັງເໝິນ ເນັ້ນໜັກວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ແມ່ນຮູບການເລືອກຕັ້ງໂດຍກົງ, ປະຊາທິປະໄຕ. ນີ້ແມ່ນເຫດການການເມືອງສຳຄັນຂອງປະເທດຊາດ, ແມ່ນແຫ່ງເພື່ອໃຫ້ຜູ້ມີສິດເລືອກຕັ້ງເສີມຂະຫຍາຍສິດ ແລະ ພັນທະຂອງພົນລະເມືອງ, ເລືອກເຟັ້ນເອົາຜູ້ດີເດັ່ນ ແລະ ເໝາະສົມ ເພື່ອຕາງໜ້າໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ, ສິດເປັນເຈົ້າຂອງຕົນໃນອົງການສິດອຳນາດຂອງລັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມຫວຽດນາມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນໃຫ້ສົມບູນແບບ.

ຄາດວ່າ, ວັນທີ 5 ກຸມພາ 2021 ຈະດຳເນີນກອງປະຊຸມປຶກສາຫາລືຄັ້ງທີ 1 ລະຫວ່າງຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ກັບບັນດາອົງການຈັດຕັ້ງພາຄີ ເພື່ອຕົກລົງກ່ຽວກັບໂຄງປະກອບ, ພາກສ່ວນ, ຈຳນວນຜູ້ໄດ້ຮັບການສະເໜີອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ.