ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຖືກຜົນກະທົບຢ່າງໜັກໜ່ວງຈາກໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ (ພາບ: CPV)

ແຫຼ່ງເງິນໜູນຊ່ວຍນີ້ແມ່ນສ່ວນໜຶ່ງໃນການປະກອບສ່ວນລວມຂອງ ສະຫະພາບເອີລົບໃຫ້ແກ່ກອງທຶນກູ້ຊ່ວຍດ້ານໄພທຳມະຊາດແບບສຸກເສີນ (DREF)ຂຶ້ນກັບອົງການກາແດງ ແລະ ຊີກວົງເດືອນແດງສາກົນ (IFRC). ຜ່ານສະພາກາແດງ ຫວຽດນາມ (VNRC), ຈຳນວນເງິນດັ່ງກ່າວຈະນຳມາເຊິ່ງບັນດາການໜູນຊ່ວຍທີ່ຈຳເປັນ. ບັນດາບັ້ນປ້ອງກັນ, ສະກັດກັ້ນໂລກລະບາດກໍ່ຈະໄດ້ຮັບການດຳເນີນເພື່ອແນໃສ່ຫຼຸດຜ່ອນຄວາມສ່ຽງຂອງພະຍາດທີ່ກ່ຽວຂ້ອງເຖິງແຫຼ່ງນ້ຳ.