ຕອນບ່າຍວັນທີ 24 ພຶດສະພາ, ຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ, ສະມາຄົມວັດທະນະທຳສິລະປະທີ່ເປັນມູນເຊື້ອ ຫວຽດນາມ ປະຈຳ ຍີ່ປຸ່ນ (BETORAKU) ໄດ້ຈັດເວທີປາໄສ “ຂົວເຊື່ອມຕໍ່ວັດທະນະທຳ ຫວຽດນາມ ຢູ່ ຍີ່ປຸ່ນ” ດ້ວຍຫົວຂໍ້ “ຄວາມເອກອ້າງທະນົງໃຈຮ່ວມແຮງຮ່ວມໃຈ - ເຊີດຊູການອຸທິດສ່ວນ”, ຕາມ 2 ຮູບແບບເຊິງໜ້າ ແລະ ທາງໄກ.
ເວທີປາໄສດັ່ງກ່າວແມ່ນໂອກາດເພື່ອດຳເນີນການສົນທະນາ ແລະ ໄດ້ພົບປະແລກປ່ຽນໂດຍກົງກ່ຽວກັບບັນດາບັນຫາຮີບເຮັງທີ່ສຸດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ. ທ່ານ ຟ້າມກວາງຮ້ຽວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ເນັ້ນໜັກວ່າ:
“ນັບທັງໃນອະດີດຕະການ, ປັດໃຈວັດທະນະທຳໄດ້ຊ່ວຍໃຫ້ 2 ປະເທດ, 2 ຊາດມີຄວາມໃກ້ຊິດກວ່າ. ຂ້າພະເຈົ້າເຊື່ອໝັ້ນວ່າ ໃນອະນາຄົດ, ຂົວເຊື່ອມຕໍ່ດ້ານວັດທະນະທຳ, ຄວາມຄ້າຍຄືກັນທາງດ້ານວັດທະນະທຳ ກໍ່ຈະຊ່ວຍໃຫ້ການພົວພັນຂອງ 2 ປະເທດເລິກເຊິ່ງ, ໄປໄກກວ່າ”.
ໃນຂອບເຂດເຫດການ, ສະມາຄົມວັດທະນະທຳສິລະປະທີ່ເປັນມູນເຊື້ອ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ປະກາດຍຸດທະສາດພັດທະນາ 2026 – 2027.





