ຫວຽດນາມ ແລະ ຈີນ ຫາກໍ່ນຳເສັ້ນທາງ logistics ຂ້າມຊາຍແດນເຂົ້າເຄື່ອນໄຫວ. ຕອນບ່າຍວັນທີ 23 ພຶດສະພາ, ບໍລິສັດລົດໄຟ ໜານໜິງ ຈີນ ໃຫ້ຮູ້ວ່າ ຂະບວນລົດໄຟກອນແທນເນີ ຂົນສົ່ງ canxi hydroxit 17 ໂຕນ ໄດ້ອອກຈາກສະຖານີລົດໄຟ ກຸຍກົງ, ຂຶ້ນກັບເຂດປົກຄ້ອງດ້ວຍຕົນເອງແຂວງ ກວາງຊີ, ແລ່ນຜ່ານທ່າລົດໄຟສາກົນ ໜານໜິງ ກ່ອນທີ່ສົ່ງຕໍ່ໄປສະຖານີລົດໄຟ ອຽນວຽນ ຂອງ ຫວຽດນາມ. ນີ້ແມ່ນເສັ້ນທາງ logistics ຂ້າມຊາຍແດນໄດ້ເປີດໃໝ່ ພາຍຫຼັງເສັ້ນທາງລົດໄຟ “ລຽວເຈົາ - ໜານໜິງ - ຫວຽດນາມ” ໄດ້ທະລຸນຳເຂົ້າເຄື່ອນໄຫວ.
ເລື່ອງເພີ່ມເຕີມເສັ້ນທາງຂົນສົ່ງໃໝ່ຈະໄດ້ຮັບການຕີລາຄາວ່າ ຈະສ້າງແລວ logistics ມີສະຖຽນລະພາບ ແລະ ປະສິດທິຜົນໃຫ້ແກ່ການເຄື່ອນໄຫວດ້ານການຄ້າລະຫວ່າງ ກວາງຊີ (ຈີນ) ແລະ ຫວຽດນາມ.





