ນີ້ບໍ່ພຽງແຕ່ແມ່ນການປະຕິຮູບລະບຽບການບໍລິຫານເທົ່ານັ້ນ, ຫາກຍັງແມ່ນຄວາມມານະພະຍາຍາມສ້າງ “ບັ້ນປົດປ່ອຍກຳລັງປະດິດຄິດສ້າງ” ໃຫ່ແກ່ທົ່ວພື້ນຖານເສດຖະກິດ ແລະ ສັງຄົມ ຫວຽດນາມ.
ເນື້ອໃນຈຸດສຸມຂອງບັນດາມະຕິແມ່ນແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການທີ່ພວມເຮັດໃຫ້ຫຼຸດຜ່ອນກຳລັງພັດທະນາ. ຄາດວ່າ, ສະເພາະມະຕິ 11 ສະບັບນີ້ ອາດຈະຊ່ວຍໃຫ້ສັງຄົມປະຢັດເງິນໃຊ້ຈ່າຍປະຕິບັດລະບຽບການບໍລິຫານໄດ້ຈຳນວນເງິນປະມານ 23.000 ຕື້ ດົ່ງ (ກວ່າ 870 ລ້ານ USD) ຕໍ່ປີ. ແຕ່ຄຸນຄ່າທີ່ໃຫຍ່ກວ່າ ນອນຢູ່ເລື່ອງ ປ່ຽນແປງຈິນຕະຍາການບໍລິຫານ, ສ້າງເງື່ອນໄຂເພື່ອພັດທະນາ.
ປ່ຽນແປງຈິນຕະນາການບໍລິຫານ
ໃນຫຼາຍປີຜ່ານມາ, ຫວຽດນາມ ບັນລຸໄດ້ບັນດາບາດກ້າວເດີນໃຫຍ່ ຍ້ອນເປີດປະຕູ, ເຊື່ອມໂຍງ ແລະ ປະຕິຮູບເສດຖະກິດ. ແຕ່ວ່າ, ເມື່ອກ້າວເຂົ້າສູ່ໄລຍະພັດທະນາໃໝ່, ບັນດາ “ຈຸດອຸດຕັນນາມມະທຳ” ຈຶ່ງເລີ່ມປະກົດຂຶ້ນຢ່າງຈະແຈ້ງກວ່າ. ນັ້ນແມ່ນການທັບຊ້ອນຂອງບັນດາຂໍ້ກຳນົດກົດໝາຍ; ບັນດາລະບຽບການທີ່ແກ່ຍາວຜ່ານຫຼາຍຊັ້ນຫຼາຍຂັ້ນເປັນກາງ; ບັນດາ “ໃບອະນຸຍາດນ້ອຍ” ໄດ້ຄົງຕົວພາຍໃຕ້ຫຼາຍຮູບແບບທີ່ແຕກຕ່າງກັນ ເຮັດໃຫ້ວິສາຫະກິດເສຍເວລາ, ເງິນໃຊ້ຈ່າຍ ແລະ ໂອກາດໃນຕະຫຼາດ.
ເພາະສະນັ້ນ, ມະຕິບັນດາສະບັບທີ່ໄດ້ປະກາດໃຊ້ໃນຄັ້ງນີ້ ບໍ່ພຽງແຕ່ຫຼຸດຜ່ອນໄດ້ຫຼາຍລະບຽບການບໍລິຫານເທົ່ານັ້ນ, ຫາກຍັງແມ່ນການປ່ຽນແປງໃນຈິນຕະນາການບໍລິຫານ, ຈາກການບໍລິຫານດ້ວຍຫຼັກການຂໍ - ໃຫ້ ໄປສູ່ການບໍລິຫານດ້ວຍຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບອະພິປາຍ, ຈາກຮູບແບບສຸມໃສ່ສິດອຳນາດບໍລິຫານ ໄປສູ່ການແບ່ງຂັ້ນໃຫ້ແກ່ທ້ອງຖິ່ນ ແລະ ຮາກຖານຢ່າງແຮງ. ດ້ວຍຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຍູ້ແຮງຄວາມຄືບໜ້າບໍລິຫານຢ່າງຕໍ່ເນື່ອງ, ຖືນີ້ແມ່ນເງື່ອນໄຂສຳຄັນເພື່ອຊຸກຍູ້ການເຕີບໂຕເສດຖະກິດໃນໄລຍະຈະມາເຖິງ:
“ດ້ວຍລະບຽບການບໍລິຫານ, ພວກຂ້າພະເຈົ້າໄດ້ເຮັດວຽກກັບບັນດາກະຊວງໂດຍກົງ ແລະ ຮຽກຮ້ອງໃຫ້ປະຕິບັດຕາມບົດສະຫຼຸບຂອງສູນກາງ ນັ້ນແມ່ນ ຕ້ອງຫຼຸດຜ່ອນເວລາປະຕິບັດ, ຄ່າທຳນຽມ ແລະ ສ້າງສະພາບແວດລ້ອມດຳເນີນທຸລະກິດຢ່າງຈະແຈ້ງ, ຄາດຄະເນໄດ້ງ່າຍ ແລະ ບໍ່ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ. ນີ້ແມ່ນຄຳຮຽກຮ້ອງທີ່ສຳຄັນທີ່ສຸດ ເພື່ອສາມາດຊຸກຍູ້ບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ປະກອບສ່ວນບັນລຸໄດ້ເປົ້າໝາຍເຕີບໂຕ 2 ຕົວເລກໃນໄລຍະຈະມາເຖິງ”.
ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງທ່ານນາຍົກລັດຖະມົນຕີ, ມີເອກະສານນິຕິກຳນັບຮ້ອຍສະບັບໄດ້ຮັບການປັບປຸງ, ເພີ່ມເຕີມ, ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງສູງສຸດຂອງລັດຖະບານໃນການສ້າງພື້ນຖານບໍລິຫານທີ່ຮັບໃຊ້, ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ. ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແທັງຕິ້ງ ເນັ້ນໜັກວ່າ:
“ການປັບປຸງກົດໝາຍເກືອບ 50 ສະບັບເພື່ອຫຼຸດຜ່ອນເກືອບ 60 ຂະແໜງອາຊີບດຳເນີນທຸລະກິດທີ່ມີເງື່ອນໄຂ ແລະ ລົບລ້າງລະບຽບການບໍລິຫານ 158 ຢ່າງ, ພ້ອມດ້ວຍຫຼາຍເນື້ອໃນອື່ນທີ່ໄດ້ຫັນເປັນງ່າຍດາຍ. ນີ້ແມ່ນບັ້ນປະຕິຮູບຢ່າງເລິກເຊິ່ງກວ້າງຂວາງທີ່ສຸດ. ເປັນອັນວ່າ ພຽງບໍ່ຮອດ 1 ເດືອນ, ພວກເຮົາປະຕິບັດໄດ້ເປົ້າໝາຍຫຼຸດຜ່ອນ, ຫັນລະບຽບການບໍລິຫານເປັນງ່າຍດາຍ ແລະ ຂະແໜງອາຊີບດຳເນີນທຸລະກິດທີ່ມີເງື່ອນໄຂຖືກຕ້ອງຕາມຄຳຊີ້ນຳຂອງນາຍົກລັດຖະມົນຕີແລ້ວ”.
ປົດປ່ອຍກຳລັງປະດິດຄິດສ້າງ, ສ້າງບາດກ້າວບຸກລະລຸເພື່ອພັດທະນາ
ຖ້າຂະບວນວິວັດປ່ຽນແປງໃໝ່ເມື່ອປີ 1986 ແມ່ນການປົດປ່ອຍກຳລັງຜະລິດນັ້ນ, ບັນດາການປະຕິຮູບລະບອບລະບຽບການໃນປັດຈຸບັນ ອາດຮັບຖືວ່າ ແມ່ນວິວັດທະນາການປົດປ່ອຍກຳລັງປະດິດຄິດສ້າງ. ກຳລັງປະດິດຄິດສ້າງນັ້ນ ພວມກາຍເປັນແຫຼ່ງກຳລັງຍຸດທະສາດແຫ່ງຊາດ. ປະເທດໜຶ່ງຢາກໄປໄວ ບໍ່ພຽງແຕ່ອີງໃສ່ການຂຸດຄົ້ນທ່າໄດ້ປຽບແບບເກົ່າໄດ້, ຫາກຍັງຕ້ອງສ້າງເງື່ອນໄຂເພື່ອໃຫ້ປະຊາຊົນນັບລ້ານຄົນໄດ້ປະດິດຄິດສ້າງ, ໄດ້ທົດລອງ ແລະ ເສີມຂະຫຍາຍກຳລັງຄວາມສາມາດຂອງຕົນ. ນີ້ກໍແມ່ນສິ່ງທີ່ວິສາຫະກິດພວມລໍຄອຍ. ທ່ານ ລືຫງວຽນຊວັນຫວູ, ປະທານສະມາຄົມນັກທຸລະກິດນະຄອນ ໂຮ່ຈີມິນ, ຖືວ່າ:
“ລັດບໍລິຫານລະບຽບການບໍລິຫານປະມານຕ່ຳກວ່າ 50%, ສ່ວນຫຼາຍກວ່າ 50% ທີ່ຍັງເຫຼືອນັ້ນ ຈົງໄວ້ໃຫ້ວິສາຫະກິດເຮັດເອງ, ສ້າງເອງ ແລະ ມີຄວາມຮັບຜິດຊອບດ້ວຍຕົນເອງ. ຖ້າພວກເຮົາເຮັດໄດ້ສິ່ງເຫຼົ່ານັ້ນ, ແລະ ຫຼັງຈາກນັ້ນ ກວດກາ, ຕິດຕາມກວດກາ, ຖ້າວິສາຫະກິດລະເມີດລະບຽບການບໍລິຫານ ຫຼື ບໍ່ໃຫ້ຄຳໝັ້ນສັນຍາ ຫຼື ບໍ່ຖືກຕ້ອງຕາມຂໍ້ກຳນົດ ວິສາຫະກິດນັ້ນຕ້ອງມີຄວາມຮັບຜິດຊອບ”.
ປະຫວັດສາດພັດທະນາຂອງຫຼາຍປະເທດໄດ້ຊີ້ໃຫ້ເຫັນວ່າ ກຳລັງປະດິດຄິດສ້າງຂອງສັງຄົມໄດ້ຮັບການປົດປ່ອຍ, ແຫຼ່ງກຳລັງພັດທະນາຈະໄດ້ທະວີຄູນຂຶ້ນຢ່າງວ່ອງໄວທີ່ສຸດ. ແລະ ໃນສະພາບການແກ້ງແຍ້ງທົ່ວໂລກທີ່ນັບມື້ນັບຂ້ຽວຂາດນັ້ນ, ນີ້ອາດຈະແມ່ນໜຶ່ງໃນບັນດາບັ້ນປະຕິຮູບທີ່ສຳຄັນທີ່ສຸດ: ປຸກລຸກກຳລັງຄວາມສາມາດປະດິດຄິດສ້າງຂອງຊາວ ຫວຽດນາມ ເພື່ອສ້າງບັນດາບາດກ້າວບຸກທະລຸພັດທະນາໃນໄລຍະໃໝ່./.








