ວັນ​ທີ 24 ພຶດ​ສະ​ພາ, ວົງ​ການ​ເຈົ້າ​ໜ້າ​ທີ່ ປາ​ກິດ​ສະ​ຖານ ໃຫ້​ຮູ້​ວ່າ ມີ​ຜູ້​ເສ​ຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 24 ຄົນ ແລະ ຮັບ​ບາດ​ເຈັບ​ກວ່າ 82 ຄົນ​ພາຍຫຼັງເກີດ​ເຫດ​ລະ​ເບີດ​ເກີດ​ຂຶ້ນ​ເລັ່ງ​ໃສ່​ລົດ​ໄຟ Jaffar Express ຢູ່​ແຂວງ Balochistan ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ນີ້. ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ປິດ​ລ້ອມ​ສະ​ຖານ​ທີ່​ເກີດ​ເຫດ, ໃນ​ຂະ​ນະ​ທີ່​ວຽກ​ງານ​ກູ້​ໄພ​ກູ້​ຊີບ ແລະ ສືບ​ສວນ​ພວມ​ໄດ້​ດຳ​ເນີນ​ເປັນ​ປົກ​ກະ​ຕິ.

ເຫດ​ການ​ໄດ້​ເກີດ​ຂຶ້ນ​ເມື່ອ​ລົ​ດ​ໄຟ​ພວມ​ເດີນ​ທາງ​ໄປ​ຍັງ​ເຂດ Quetta Cantonment (ເຂດ​ທະ​ຫານ​ໃຫຍ່) ຢູ່​ນະ​ຄອນ Quetta, ແຂວງ Balochistan. ເຫດ​ລະ​ເບີດ​ໄດ້​ເຮັດ​ໃຫ້​ລົດ​ໄຟ​ຖືກລຸກ​ໄໝ້. ໃນ​ຈຳ​ນວນ​ຜູ້​ເສ​ຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຍັງ​ມີ​ແມ່​ຍິງ ແລະ ເດັກ​ນ້ອຍ.

ກຸ່ມ​ກະ​ໂບດ “ທະ​ຫານ​ປົດ​ປ່ອຍ Baloch” ຍອມ​ຮັບ​ວ່າ​ໄດ້​ປະ​ຕິ​ບັດ​ເຫດ ບຸກ​ໂຈມ​ຕີແບບ​ໂສ ແລະ ໃຫ້​ຮູ້​ວ່າ ເປົ້າ​ໝາຍ​ແມ່ນ​ບັນ​ດາ​ນັກ​ຮົບ​ກອງ​ທັບ ປາ​ກິ​ດ​ສະ​ຖານ​ ພວມ​ເດີ​ນ​ທາງ​ໃນ​ຖ້ຽວ​ລົດ​ໄຟ​ດັ່ງ​ກ່າວ.