ການຢ້ຽມຢາມ ໄທ ຢ່າງເປັນທາງການທີ່ຈະມາເຖິງນີ້ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ (ແຕ່ວັນທີ 27 – 29 ພຶດສະພາ) ຈະເປັນການສ້າງກຳລັງໜູນຢ່າງໃຫຍ່ຫຼວງເພື່ອໃຫ້ 2 ປະເທດຊຸກຍູ້ຂອບເຂດຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ, ນຳການພົວພັນ 2 ຝ່າຍໃຫ້ພັດທະນາຢ່າງເລິກເຊິ່ງກວ່າ, ປະກອບສ່ວນຕັ້ງໜ້າເຂົ້າໃນສະຖຽນລະພາບລວມຂອງພາກພື້ນ. ນີ້ແມ່ນຂໍ້ສັງເກດຂອງນັກຮຽນຮູ້ ໄທ ກະວີ ຈົງກິດຕະວອນ, ໃນການຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ໄທ. ທ່ານໃຫ້ຮູ້ວ່າ:
“ການໄປປະຕິບັດງານຄັ້ງນີ້ມີຄວາມໝາຍສຳຄັນພິເສດ ຍ້ອນທ່ານໄປຢ້ຽມຢາມ ໄທ ໃນ 2 ຖານະຕຳແໜ່ງ: ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ປະທານປະເທດ. ສຳລັບ ໄທ, ນີ້ແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນ. ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ ເຫດການນີ້ຈະສ້າງກຳລັງໜູນຊຸກຍູ້ການພົວພັນຢ່າງກະໂດດຂັ້ນ, ຍ້ອນ 3 ສາຍເຫດ, ຄື: ທີ 1, ປະຈຸບັນ ການພົວພັນລະຫວ່າງ ໄທ ແລະ ຫວຽດນາມ ໄດ້ຍົກຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທີ 2, ຫວຽດນາມ ບັນລຸໄດ້ທີ່ຕັ້ງໃໝ່ ແລະ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນພັດທະນາຂອງຕົນ. ທີ 3, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມີວິໄສທັດໃຫຍ່ຫຼວງສຳລັບພາກພື້ນ, ພິເສດແມ່ນປາດຖະໜາຢາກເພີ່ມທະວີການສົມທົບກັບ ໄທ ໃນຂອບເຂດ ອາຊຽນ”.





