ຕອນຄ່ຳວັນທີ 24 ພຶດສະພາ, ສື່ມວນຊົນ ອີຣານ ຢັ້ງຢືນຂໍ້ຕົກລົງຢຸດຍິງຊົ່ວຄາວລະຫວ່າງ ປະເທດນີ້ ກັບ ອາເມລິກາ ຍັງບໍ່ເຫັນດີເປັນເອກະພາບ ແລະ ພວມປະເຊີດໜ້າກັບຄວາມສ່ຽງຖືກຍົກເລີກ. ສາຍເຫດຍ້ອນອາເມລິກາ ຍັງບໍ່ທັນເຫັນດີຕໍ່ເນື້ອໃນຫຼັກແຫຼ່ງທີ່ກ່ຽວຂ້ອງຈຳນວນໜຶ່ງ. ສຳນັກຂ່າວສານເຄິ່ງທາງການ Tasnim ຂອງອີຣານ ໄດ້ຢັ້ງຢືນວ່າ ອາເມລິກາ ພວມກີດຂວາງການມຸ່ງໄປເຖິງບັນດາມາດຕາ ຫຼັກແຫຼ່ງໃນຂໍ້ຕົກລົງ, ລວມມີບັນຫາປ່ອຍຊັບສິນຖືກອາຍັດຂອງ ອີຣານ. ຄວາມສ່ຽງຂໍ້ຕົກລົງນີ້ຖືກຍົກເລີກພວມປະກົດຕົວ, ເຮັດໃຫ້ຄວາມສົງໄສກ່ຽວກັບບັນດາສິ່ງທີ່ທັງສອງຝ່າຍພ້ອມກັນຖະແຫຼງໃນວັນທີ 24 ພຶດສະພາ ກ່ຽວກັບຄວາມອາດສາມາດບັນລຸໄດ້ຂໍ້ຕົກລົງແມ່. ເຖິງຢ່າງໃດກໍຕາມ, ແຫຼ່ງຂ່າວບໍ່ໃຫ້ຮູ້ວ່າ ບັນດາການເຈລະຈາອາດສາມາດສືບຕໍ່ດຳເນີນຫຼືບໍ່. ອຳນາດການປົກຄອງ ອີຣານ ກໍ່ຍັງບໍ່ທັນຍົກອອກການຢັ້ງຢືນຢ່າງເປັນທາງການ ກ່ຽວກັບຄວາມສ່ຽງຂໍ້ຕົກລົງຖືກຍົກເລີກ.




