ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ Viettel ຫາກໍ່ກາຍເປັນຄູ່ຮ່ວມມືທຳອິດໃນທົ່ວໂລກເຊັນໂຄງການເຂົ້ານຳໃຊ້ພຼາດຟອມ 6G ກັບ Qualcomm Technologies (ກຸ່ມບໍລິສັດເຕັກໂນໂລຢີນາໆຊາດຂອງ ອາເມລິກາ) ເຊິ່ງເປີດໂອກາດເຂົ້າຮ່ວມຄົ້ນຄ້ວາ ແລະ ພັດທະນາເຕັກໂນໂລຢີເຄືອຂ່າຍໂທລະສັບມືຖືລຸ້ນໃໝ່ນັບແຕ່ຫົວທີ. ສອງຝ່າຍໄດ້ມຸ່ງໄປເຖິງການປະຕິບັດການຄຶ້ນໂທລະສັບ 6G ກ່ອນເຮັດທຸລະກຳ ທຳອິດ ໃນຕົ້ນປີ 2029 ບົນລະບົບ ແລະ ວັດຖຸອຸປະກອນໂດຍ Viettel ຄົ້ນຄ້ວາ, ພັດທະນາ ແລະ ຜະລິດ.
ຕາມຂໍ້ຕົກລົງຮ່ວມມືແລ້ວ, Viettel ຈະປະສານສົມທົບກັບ Qualcomm ຄົ້ນຄ້ວາ, ອອກແບບ, ພັດທະນາ ແລະ ພັດທະນາບັນດາປ້ອມຮັບ - ແຈກຢາຍຄື້ນ 6G. Viettel ຮັບປະກັນບັນດາຂັ້ນຕອນຄົ້ນຄ້ວາ, ອອກແບບ, ສະສົມ, ຜະລິດ, ທົດລອງ ແລະ ຕີລາຄາຄຸນນະພາບຜະລິດຕະພັນ, ໃນຂະນະທີ່ Qualcomm ສະໜອງ ພຼາດຟອມເຕັກໂນໂລຢີ chipset. ສອງຝ່າຍກໍ່ຈະປະສານສົມທົບກັນຕີລາຄາຄວາມສາມາດປັບຕົວໃຫ້ເຂົ້າກັນ ລະຫວ່າງພື້ນຖານ ພຼາດຟອມ 6G ຂອງ Qualcomm ກັບວັດຖຸອຸປະກອນໂດຍ Viettel ພັດທະນາ, ພ້ອມກັບປະສິດທິຜົນຂອງການເຄື່ອນໄຫວໃນເງື່ອນໄຂຂຸດຄົ້ນຕົວຈິງ.





