ພາບປະກອບ

ຕາມທ່ານ ໂງຄັກເລ້, ນັກວິຊາການດ້ານນິຕິກຳສະຫະສະມາຄົມ Logistics ຫວຽດນາມແລ້ວ, ເມື່ອສຳຜັດກັບຕະຫຼາດໃຫຍ່ຄື EU, ບັນດາວິສາຫະກິດຕ້ອງມີການກະກຽມດ້ານນິຕິກຳໃຫ້ເປັນຢ່າງດີ ເພື່ອຍາດແຍ່ງໄດ້ບັນດາກາລະໂອກາດເມື່ອເຂົ້າຮ່ວມບັນດາຕະຫຼາດໃຫຍ່. ທ່ານໃຫ້ຮູ້ວ່າ:

ພວກເຮົາຕ້ອງເພີ່ມທະວີການນຳໃຊ້ບັນດາການບໍລິການດ້ານນິຕິກຳ, ຈັດຕັ້ງບັນດາກອງປະຊຸມແນະນຳກ່ຽວກັບສັນຍາ, ແນະນຳບັນດາຂໍ້ກຳນົດຂອງແຕ່ລະປະເທດ… ຄ່າໃຊ້ຈ່າຍຂອງວິສາຫະກິດຈະບໍ່ຫຼາຍປານໃດ. ອີກອັນໜຶ່ງແມ່ນບັນດາວິສາຫະກິດເມື່ອປະສົບກັບບັນຫາໃດນັ້ນ ຄວນແຈ້ງໃຫ້ກັນຊາບ, ດັ່ງນັ້ນວິສາຫະກິດແຫ່ງອື່ນໆຈະບໍ່ປະສົບກັບບັນຫາທີ່ຄ້າຍຄືກັນ.