ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານ Hun Manet ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ, ຕອນບ່າຍວັນທີ 9 ຕຸລາ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 09 – 10 ຕຸລາ. ການພົວພັນລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ສ້າງຂຶ້ນບົນທິດນຳ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ຍືນຍົງຍາວນານ”. ການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແມ່ນການເຄື່ອນໄຫວທາງການທູດທີ່ມີຄວາມໝາຍສຳຄັນພິເສດ, ຢັ້ງຢືນການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ລະຫວ່າງ ຫວຽດນາມ - ກຳປູເຈຍ.






