​ໂດຍ​ມີບັນ​ດາຄວາມກັງວົນ​ພາຍຫຼັງທີ່​ມີພະນັກງານຄົນໜຶ່ງ​ທີ່​ເຮັດ​ວຽກຢູ່​ສະ​ຖາ​ບັນຄົ້ນຄວ້າ​ກ່ຽວ​ກັບພະຍາດກາ​ລະ​ໂລກ​ຢູ່​ເຂດ Siberia ຂອງ ລັດ​ເຊຍ ເສຍ​ຊີ​ວິດພາຍ​ຫຼັງ​ຕິດພະຍາດ​ປອດ​ອັກເສບທີ່​ຍັງບໍ່​ທັນຮູ້ສາ​ຍເຫດ. ເຫດການດັ່ງ​ກ່າວໄດ້ດຶງ​ດູດ​ຄວາມສົນ​ໃຈ​ສະ​ເພາະ​ວ່າ​ຮາກ​ຖານສະ​ເພາະນີ້ໄດ້ຄົ້ນຄວ້າ ແລະ ປ້ອງ​​ກັນ ພະ​ຍາດກາ​ລະ​ໂລກ.

ເຖິງຢ່າງໃດກໍ່ຕາມ, ບັນ​ດາເຈົ້າໜ້າທີ່ ລັດ​ເຊຍ ໃຫ້​ຮູ້ວ່າ ປະຈຸບັນຍັງ​ບໍ່​ທັນ​ມີ​ຫຼັກ​ຖານ​ທີ່ສະແດງໃຫ້ເຫັນວ່າພະຍາດກາ​ລະ​ໂລກພວມແຜ່ລະບາດຢູ່ໃນຊຸມຊົນ. ​ອົງ​ການ​ຕິດ​​ຕາມ ແລະ ປົກປ້ອງສິດຜົນ​ປະ​ໂຫຍດ​ຂອງຜູ້ບໍລິໂພກຂອງ ລັດ​ເຊຍ (Rospotrebnadzor) ​ໃຫ້​ຮູ້ວ່າ ​ບັນ​ດາການກວດ​ວິ​ໄຈຜູ້ທີ່ພົບ​ປະ​ໂດຍ​ກົງກັບຜູ້​ປະ​ສົບເຄາະຮ້າຍບໍ່ ກວດພົບ​ກໍ​ລະ​ນີ​ຕິດພະຍາດ​ດັ່ງ​ກ່າວ.