ທ່ານ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ບຳລຸງສ້າງຫວຽດນາມ ແລະ ທ່ານWendy Matthenews ນາງ ເອກອັກຄະລັດຖະທູດ ນິວຊີແລນປະຈຳຫວຽດນາມ ລົງນາມໃນຂໍ້ຕົກລົງ (ພາບ: TTXVN) |
ແຜນການແມ່ນເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ລິເລີ່ມຢູ່ຫຼາຍຂົງເຂດການສຶກສາ ລະຫວ່າງ ນິວຊີແລນ ແລະ ຫວຽດນາມ. ຕາມແຜນການແລ້ວ, ນິວຊີແລນ ຈະສືບຕໍ່ໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍການສຶກສາຂອງສະຕະວັດ 21, ມຸ່ງໄປສູ່ການບຳລຸງສ້າງນັກສຶກສາທີ່ີຮຽນຈົບມີລະດັບຄວາມຮູ້ເປັນຢ່າງດີ, ບູລະນະບັນດາທັກສະທີ່ຈຳເປັນເພື່ອກຽມພ້ອມຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ຂອງຕະຫຼາດທົ່ວໂລກທີ່ພວມມີການປ່ຽນແປງຢ່າງວ່ອງໄວ.
ແລະ ກໍ່ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມຂໍ້ຕົກລົງກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ແກ່ການ ຜ່ານແດນສຳລັບຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ໂດຍຜ່ານການນຳໃຊ້ ລະບົບການຮັບຮອງທາງເອເລັກໂຕນິກ ລະຫວ່າງ ທ່ານ ເລກ໊ວກແຢວງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລະ ທ່ານນາງ ຫວູທິມາຍ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ແລະ ທ່ານນາງ Wendy Matthenews ເອກອັກຄະລັດຖະທູດ ນິວຊີແລນ ປະຈຳຫວຽດນາມ. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ ຮອງລັດຖະມົນຕີ ເລກ໊ວກແຢວງ ເນັ້ນໜັກວ່າ:
ເລື່ອງຂໍ້ຕົກລົງໄດ້ຮັບການລົງນາມມີຄວາມໝາຍສຳຄັນ, ຊ່ວຍໃຫ້ຫວຽດນາມເຊື່ອມໂຍງເຂົ້າກັບລະບົບການຄ້າທົ່ວໂລກຢ່າງເລິກໄດ້ເຊິ່ງກ່ວາ, ພ້ອມທັງເປີດຫຼາຍໂອກາດສຳຜັດກັບບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຕໍ່ຜະລິດຕະພັນກະເສດຂອງຫວຽດນາມ. ຂ້າພະເຈົ້າເຊື່ອມໝັ້ນວ່າດ້ວຍຄວາມມານະພະຍາຍາມຂອງບັນດາຝ່າຍທີ່ກ່ຽວຂ້ອງ, ພວກເຮົາຈະຜັນຂະຫຍາຍບັນດາລະບຽບການສ້າງເງື່ອນໄຂສະດວກທີ່ສຸດໂດຍໄວເພື່ອໃຫ້ຜະລິດຕະພັນສະເສດລະຫວ່າງສອງຝ່າຍໄດ້ຜ່ານແດນ.








