ກ່າວ​ຄຳ​ເຫັນ​ທີ່​ວາ​ກອງ​ປະ​ຊຸມ ສະ​ມັດ​ຕະ​ພາບ ສະ​ຫະ​ພັນ​ລັດ​ຖະ​ສະ​ພາ ​ສາ​ກົນ ຄັ້ງ​ທີ 153 (IPU-153) ທີ່​ພວມ​ດຳ​ເນີນ​ຢູ່ Arusha, Tanzania, ວັນ​ທີ 7 ຕຸ​ລາ, ທ່ານ​ ຫງວຽນ​ຮົ່ງ​ຢຽນ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ເນັ້ນ​ໜັກ​​ວ່າ ​ລັກ​ສະ​ນະ​ກວມ​ລວມ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ໂອ​ກາດ​ໃຫ້​ແກ່​ທຸກ​ຄົນແມ່ນ​ພື້ນ​ຖານ​ຂອງ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ການມອບ​ສິດ​ໃຫ້​ແກ່​ຊຸມ​ຊົນ.

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຢັ້ງ​ຢືນ​ວ່າ ການ​ຖື​ປະ​ຊາ​ຊົນ​ເປັນ​ກຳ​ລັງ​ຜັກ​ດັນ, ໃຈ​ກາງ​ຂອງ​ທຸກ​ນະ​ໂຍ​ບາຍ​ຊີ້​ຂາດ ແລະ ການ​ກະ​ທຳໄດ້​ປະ​ກອບ​ສ່ວນ​ຊ່ວຍ ຫວຽດ​ນາມ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​​ງານ​ທີ່​ສຳ​ຄັນ​ພາຍຫຼັງ 40 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່. ຫວຽດ​ນາມ ພວມ​ສືບ​ຕໍ່​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ຢ່າງ​ແຮງ, ຖື​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ຫັນ​ເປັນ​ສີ​ຂຽວ ແລະ ເສດ​ຖະ​ກິດ​ໝູນ​ວຽນ​ເປັນ​ກຳ​ລັງຜັກ​ດັນ​ພັດ​ທະ​ນາ.

ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ​ນັ້ນ, ຫວຽດນາມ ໄດ້​ສະ​ເໜີ ສາມ​ຈຸດ​ສຸມ​ໃນ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ລວມ​ມີ: ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ, ຄວາມ​ໂປ່ງ​ໃສ ແລະ ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ອະ​ທິປາຍ ເພື່ອ​ຮັດ​ແຄບ​ໄລ​ຍະ​ຫ່າງ​ລະ​ຫວ່າງ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ; ຮັບ​ປະ​ກັນ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ​ຮັ​ບ​ໃຊ້​ມະ​ນຸດ, ປະ​ກອບ​ສ່ວນ​ຮັດ​ແຄບ​ໄລ​ຍະ​ຫ່າງ​ໃນ​ການ​ພັດ​ທະ​ນາ.