ໃນຕອນແລງວັນ​ທີ 24 ສິງ​ຫາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນ ໃນການຕ້ອນຮັບ ທ່ານ Sanjay Wijesekera, ​ຫົວ​ໜ້າ ກອງ​ທຶນສະຫະປະຊາຊາດເພື່ອ​ເດັກ​ນ້ອຍ (UNICEF) ຮັບ​ຜິດ​ຊອບເຂດ ອາຊີ–ປາຊີຟິກ, ທ່ານນາງ ຟ້າມທິແທັງຈາ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປົກປ້ອງ, ເບິ່ງແຍງດູແລ ເດັກນ້ອຍ ແມ່ນບຸລິມະສິດແຖວ​ໜ້າ; ຖື ການລົງທຶນໃຫ້​ແກ່ເດັກນ້ອຍ ແມ່ນການລົງທຶນ ເພື່ອອະນາຄົດ ຂອງປະເທດຊາດ ແລະ ແມ່ນພື້ນຖານອັນສຳຄັນເພື່ອປະຕິບັດ ບັນດາເປົ້າ​ໝາຍພັດທະນາແບບຍືນຍົງ. ໂດຍສະເພາະ, ຫວຽດນາມ ກຳນົດວ່າ ການປົກປ້ອງ ເດັກນ້ອຍໃນສະ​ພາ​ບ​ແວດ​ລ້ອມອິນເຕີເນັດ ແມ່່ນໜ້າທີ່ສຳຄັນ ໃນສະພາບ ການຫັນເປັນດີຈີຕອນ.

ສ່ວນ ທ່ານ Sanjay Wijesekera ໄດ້ສະແດງ ຄວາມປະທັບໃຈຢ່າງຍິ່ງ ຕໍ່ບັນດາ ຜົນງານ ທີ່ຫວຽດນາມ ບັນລຸໄດ້ ໃນຂົງເຂດເດັກນ້ອຍ ແລະ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ຮ່ວມມື ກັບ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການແກ້ໄຂ ບັນດາສິ່ງທ້າທາຍເຊິ່ງໄວໜຸ່ມພວມປະເຊີນໜ້າໃນຍຸກດີຈີຕອນ.