ໃນວັນທີ 24 ສິງຫາ, ວົງການເຈົ້າໜ້າທີ່ ສາທາລະນະລັດ ປະຊາທິປະໄຕ ກົງໂກ ແຈ້ງໃຫ້ຮູ້ວ່າ ຈຳນວນຜູ້ຕິດເຊື້ອພະຍາດ Ebola ຢູ່ປະເທດນີ້ ແມ່ນກວ່າ 5.500 ກໍລະນີ, ໃນນັ້ນຜູ້ເສຍຊີວິດ ກວ່າ 2.600 ຄົນ. ຕາມຕົວເລກ ທາງການ ທີ່ອັບເດັດໃນວັນທີ 22 ສິງຫາ, ສປ.ກົງໂກ ມີຜູ້ຕິດເຊື້ອ 5.514 ກໍລະນີ ແລະ ຖືກເສຍຊີວິດ 2.642 ກໍລະນີ , ເທົ່າກັນກັບອັດຕາ ການເສຍຊີວິດແມ່ນ ເກືອບ 48%, ໃນຂະນະທີ່ ຜູ້ຫາຍດີແລ້ວມີ 1.200 ກໍລະນີ. ໂລກພະຍາດ ໄດ້ແຜ່ລາມອອກສູ່ 57 ເຂດ ສາທາລະນະສຸກ ຂຶ້ນກັບ ບັນດາແຂວງຄື່: Ituri, Kivu ເໜືອ, Kivu ໃຕ້, Haut-Uele, Bas-Uel) ແລະ Tshop).
ໃນວັນດຽວກັນ, ອົງການ ອະນາໄມ ໂລກ (WHO) ໃຫ້ຂໍ້ສັງເກດວ່າ ໂລກພະຍາດນີ້ ໄດ້ກ້າວເຂົ້າສູ່ “ໄລຍະເວລາ ທີ່ມີລັກສະນະຕັດສິນ”ແລ້ວ, ກວ່າ 100 ວັນ ຫຼັງຈາກ ທີ່ປະເທດ ອາຟຣິກາ ປະກາດ ກ່ຽວກັບ ໂລກພະຍາດນີ້. WHO ໃຫ້ຂໍ້ສັງເກດວ່າ ນີ້ແມ່ນ ໄລຍະທີ່ພະຍາດ Ebola ລະບາດ ທໄວທີ່ສຸດຢູ່ ສປ.ກົງໂກ, ພ້ອມທັງ ເຕືອນວ່າ ລະດັບການຕິດເຊື້ອ ຍັງລືນກາຍ ຄວາມສາມາດຄວບຄຸມ ໂລກພະຍາດຢູ່.





